黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

“ງານ​ສະ​ແດງ​ດົນ​ຕີ​ເພື່ອ​ຕ້ອນ​ຮັບ​ປີ​ໃໝ່​ຈີນ” ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ຢ່າງ​ສຳ​ເລັດ​ຜົນ

2022-01-19 16:14:15 cri

“ງານ​ສະ​ແດງ​ດົນ​ຕີ​ເພື່ອ​ຕ້ອນ​ຮັບ​ປີ​ໃໝ່​ຈີນ” ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ຢ່າງ​ສຳ​ເລັດ​ຜົນ_fororder_音樂會

ວັນ​ທີ 18 ມັງ​ກອນ​ນີ້, “ງານ​ສະ​ແດງ​ດົນ​ຕີ​ເພື່ອ​ຕ້ອນ​ຮັບ​ປີ​ໃໝ່​ຈີນ” ​ໄດ້​ຈັດ​ຂຶ້ນ​ຢູ່​ໂຮງ​ລະ​ຄອນ​ແຫ່ງ​ຊາດ​ຈີນ​ຢ່າງ​ສຳ​ເລັດ​ຜົນ, ໂດຍມີສະ​ມາ​ຄົມ​ຄົ້ນ​ຄວ້າ​ປັດ​ຊະ​ຍາ​ຂົງ​ຈື້​ສາ​ກົນ, ສູນຈີນ-ອາ​ຊຽນ​ຮ່ວມ​ກັນ​ເປັນ​ເຈົ້າ​ພາບ​. ທ່ານ​ທົງ​ສະ​ຫວັນ ເພຍ​ເທບ​ ​ອັກ​ຄະ​ລັດ​ຖະ​ທູດ​ທີ່​ປຶກ​ສາ​ທັງ​ເປັນ​ຫົວ​ໜ້າ​ຫ້ອງ​ການ​ສະ​ຖານ​ທູ​ດ​ລາວ​ປະ​ຈຳ​ຈີນພ້ອມ​ດ້ວຍ​ພັນ​ລະ​ຍາ, ຜູ້​ຕາງ​ໜ້າ​ຂອງ​ສະ​ຖານ​ທູດ​ຍີ່​ປຸ່ນ, ສ.ເກົາ​ຫຼີ, ມາ​ເລ​ເຊຍ, ສິງ​ກະ​ໂປ, ກຳ​ປູ​ເຈຍ, ອິນ​ໂດ​ເນ​ເຊຍ, ຟີ​ລິບ​ປີນ, ໄທ, ຫວຽດ​ນາມ​ແລະ​ປະ​ເທດ​ອາ​ຊຽນ​​ອື່ນໆ​ປະ​ຈຳ​ຈີນ​ໄດ້​ເຂົ້າ​ຮ່ວມ​​ຊົມ​ໃນ​ຄັ້ງ​ນີ້.

ທ່ານ​ເຈຍ​ຢົງ​ເຕີ ປະ​ທານ​ສະ​ມາ​ຄົມ​ຄົ້ນ​ຄວ້າ​​ປັດ​ຊະ​ຍາ​ຂົງ​ຈື້​ສາ​ກົນໄດ້​ກ່າວ​ປາ​ໄສ​ວ່າ: ສະ​ມາ​ຄົມ​ຄົ້ນ​ຄວ້າ​ປັດ​ຊະ​ຍາ​ຂົງ​ຈື້​ສາ​ກົນ​ໄດ້ສຸມ​ກຳ​ລັງ​ເພື່ອ​ເປັນ​ຜູ້​ສືບ​ທອດ​ວັດ​ທະ​ນະ​ທຳ​​ດັ້ງ​ເດີມ​ອັນດີ​ເດັ່ນ, ​ເປັນຜູ້​ປົກ​ປັກ​ຮັກ​ສາລັກ​ສະ​ນະ​ຄວາມ​ຫຼາກ​ຫຼາຍ​ດ້ານ​ອະ​ລິ​ຍະ​ທຳ, ​ເປັນ​ຜູ້​ຈັດ​ຕັ້ງ​ປະ​ຕິ​ບັດ​ການ​ສົນ​ທະ​ນາ​ລະ​ຫວ່າງ​ອ​ະ​ລິ​ຍະ​ທຳ​ຕ່າງໆ​ຢ່າງສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ​ແລະຈະ​ຮ່ວມ​ກັນ​ກັບ​ວົງ​ການ​ຕ່າງໆສືບ​ຕໍ່​ເຜີຍ​ແຜ່​ທັດ​ສະ​ນະຄວາມ​ຫຼາກ​ຫຼາຍ​ດ້ານ​ອະ​ລິ​ຍະ​ທຳ.

ທ່ານ​ເສິນ​ເຕີ​ໄຫ ​ຜູ້​ອຳ​ນວຍ​ການ​ໃຫຍ່​ສູນ​ຈີນ-​ອາ​ຊຽນ​ກໍ​ໄດ້​ກ່າວ​ວ່າ: ສູນ​ຈີນ-ອາ​ຊຽນ​ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ອັນ​ຕັ້ງ​ໜ້າ​ທີ່​ສ້າງ​ຕັ້ງ​ຂຶ້ນ​ເປັນ​ເວ​ລາ 10 ປີ​ມາ​ນີ້, ​ເພື່ອຊຸກ​ຍູ້​ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳສັງ​ຄົມ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ.

“ງານ​ສະ​ແດງ​ດົນ​ຕີ​ເພື່ອ​ຕ້ອນ​ຮັບ​ປີ​ໃໝ່​ຈີນ” ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ຢ່າງ​ສຳ​ເລັດ​ຜົນ_fororder_音樂會合影

 

ຄຳ​ເຫັນ

0