蒙龍

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຂດ​ແຂ່ງ​ຂັນ​ຈ່າງ​ເຈ່ຍ​ໂຂ​ໄດ້​ດຳ​ເນີນ​ການ​ທົດ​ລອງ​ດ້ານ​ຄົມ​ມະ​ນາ​ຄົມ​​ທົ່ວ​ຂະ​ບວນ​ການຄັ້ງ​ສຸດ​ທ້າຍ

2022-01-20 10:35:46 CRI

ວັນ​ທີ 19 ມັງ​ກອນ​ນີ້, ເຂດ​ແຂ່ງ​ຂັນ​ຈ່າງ​ເຈ່ຍ​ໂຂ​ສຳ​ລັບ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ ໄດ້​ດຳ​ເນີນ​ການ​ທົດ​ລອງ​ດ້ານ​ຄົມ​ມະ​ນ​າ​ຄົມທົ່​ວ​ຂະ​ບວນ​ການ​ເປັນ​ຄັ້ງ​ສຸດ​ທ້າຍ “ທີ່ກວມ​ທັງ​ພາ​ຫະ​ນະ​ທຸກ​ປະ​ເພດ ແລະ ​ໃຫ້​ລົດ​ແລ່ນ​ຈຳ​ນວນຫຼາຍ​ທີ່​ສຸດ” ກ່ອນຈະ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ 2022. ວຽກ​ງານ​ຄຸ້ມ​ຄອງ​ການ​ຄົມ​ມະ​ນາ​ຄົມ​ຕາມ​ມາດ​ຕະ​ຖານ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​​ຢູ່​ເຂດ​ແຂ່ງ​ຂັນ​ຈ່າງ​ເຈ່ຍ​ໂຂ ຈະ​ເລີ່ມ​ຂຶ້ນ​ຢ່າງ​ຮອບ​ດ້ານ​ໃນ​ວັນ​ທີ 21 ມັງ​ກອນ​ນີ້.

ຕາມ​ຂ່າວ​ແຈ້ງວ່າ: ການ​ທົດ​ລອງ​ດ້ານ​ຄົມ​ມະ​ນາ​ຄົມ​ຄັ້ງ​ນີ້​ໄດ້​ກວມ​ເຖິງ​ສະ​ໜາມ​​ແຂ່ງ​ຂັນ 4 ແຫ່ງ ແລະ ສະ​ໜາມ​ກິ​ລາ​​ສຳ​ຮອງ 4 ແຫ່ງ, ນັບ​ລວມ​ແລ້ວ, ໄດ້ນຳ​ໃຊ້​ລົດ​ຮັບ​ໃຊ້ໃນ​ການ​ແຂ່ງ​ຂັນ 600 ກວ່າ​ຄັນ​ມາ​ດຳ​ເນີນ​ການ​ທົດ​ລອງ​ສະ​ພາບ​ຄົມ​ມະ​ນາ​ຄົມ​ ໃນ​ເວ​​ລາ​ຈັດ​ການ​ແຂ່ງ​ຂັນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວປັກ​ກິ່ງ​ໃນເຂດ​ສະ​ໜາມ​​ແຂ່ງ​ຂັນ ແລະ ເສັ້ນ​ທາງ​ເຂດ​ໃຈ​ກາງ ເພື່ອ​ປັບ​ປຸງ​ລະ​ບົບ​ບັນ​ຊາ, ກົນ​ໄກ​ດຳ​ເນີນ​ງານ ແລະ ແຜນ​ການ​ຮັບ​ມື​ສຸກ​ເສີນ​ທີ່​ກ່ຽວ​ຂ້ອງ​ໃຫ້​ດີ​ ​ ສຳ​ລັບ​ການ​ຄົມ​ມະ​ນາ​ຄົມ​ໃນ​ໄລ​ຍະ​ຈັດ​ການ​ແຂ່ງ​ຂັນ.

ຄຳ​ເຫັນ

0