蒙龍

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ໄດ້​ສົ່ງ​ສານ​ອວຍ​ພອນເຖິງ​ທ່ານ​ຫງວຽນ​ຟູ​ຈ້ອງ ແລະ ທ່ານ​ຫງວຽນ​ຊວນ​ຟຸກ ເນື່ອງ​ໃນ​ໂອ​ກາດ​ຈີນ​ແລະ​ຫວຽດ​ນາມ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຄົບ​ຮອບ 72 ປີ

2022-01-20 10:33:52 CRI

ວັນ​ທີ 18 ມັງ​ກອນ​ນີ້, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມ​ະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ ສ​ປ ​ຈີນ​ໄດ້​ສົ່ງ​ສານອວຍ​ພອນ​ເຖິງ​ທ່ານ​ຫງວຽນ​ຟູ​​ຈ້ອງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແລະ ທ່ານ​ຫງວຽນ​​ຊວນ​ຟຸກ ​ປະ​ທານ​ປະ​ເທດແຫ່ງ ສ​ສ ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດ​ທີ່ຈີນ​ແລະ​ຫວຽດ​ນາມ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຄົບ​ຮອບ 72 ປີ.

​ໃນສານ​ອວຍ​ພອນ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​​ໄດ້ລະ​ບຸ​ວ່າ: ຈີນ​ແລະ​ຫວຽດ​ນາມ​ເປັນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ສັງ​ຄົມ​ນິ​ຍົມ​ທີ່​ດີ​ນຳ​ກັນ, ເປັນ​ຄູ່​ຮ່ວມ​ຊາ​ຕາ​ກຳ​ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ. ພາຍ​ໃຕ້​ສະ​ຖາ​ນະ​ການ​ອັນ​ສັບ​ສົນ ທີ່​​ເກີດ​ຈາກ​ສະ​ພາບ​ການ​ປ່ຽນ​ແປງ​​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນຮອບ​ຮ້ອຍ​ປີ ແລະ ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ທີ່​ໜັກ​ໜ່ວງ, ຈີນ​ແລະ​ຫວຽດ​ນາມ​​ໄດ້ຍຶດ​ໝັ້ນ​ເດີນ​ຕາມ​ເສັ້ນ​ທາງ​ສັງ​ຄົມ​ນິ​ຍົມ​ທີ່​ສອດ​ຄ່ອງ​ກັບ​ສະ​ພາບ​ຄວາມ​ເປັນ​ຈິງ​ຂອງ​ປະ​ເທດ​ຕົນ ແລະ ​ໄດ້ຍຶດ​ໝັ້ນ​​ການເດີນ​ຕາມ​ທິດ​ທາງ​​ການຮ່ວມ​ມື​​ບົນ​ຈິດ​ໃຈມິດ​ຕະ​ພາບ​ລະ​ຫວ່າງ​ຈີນ​ແລະ​ຫວຽດ​ນາມ ເຊິ່ງ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ດ້ານ​ຍຸດ​ທະ​ສາດ​ຮ່ວມ​ຂອງ​ສອງ​ຝ່າຍ, ​ທັງມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ ກໍ​ຄື​ຂອງ​ໂລກ. ຂ້າ​ພະ​ເຈົ້າ​ໄດ້​ເອົາ​ໃຈ​ໃສ່​ຢ່າງສູງ​ຕໍ່​ການ​ຂະ​ຫຍາຍ​​ສາຍ​ພົວ​ພັນ​ຈີນ-ຫວຽດ​ນາມ, ຍິນ​ດີ​ຮ່ວມ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຫງວຽນ​ຟູ​​ຈ້ອງ ແລະ ທ່ານ​ປະ​ທານ​ຫງວຽນ​ຊວນ​ຟຸກ​ສຸມ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນ, ​ຊີ້​ນຳນຳ​ພາ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ພັກ​ສອງ​ລັດ​ໃຫ້ຂະ​ຫຍາຍ​ຕົວ​ຢ່າງ​ໜັກ​ແໜ້ນ ເພື່ອ​ສ້າງ​ຄວາມ​ສຸກ​ໃຫ້​ແກ່​ສອງ​ປະ​ເທດ ແລະ ປະ​ຊາ​ຊົນ​ສອງ​ຊາດ.

ຄຳ​ເຫັນ

0