秦瑛蓮

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຜີຍແຜ່ປະມວນບົດລາຍງານກ່ຽວກັບຜົນສຳເລັດທີ່ເປັນມໍລະດົກສຳລັບງານກິລາໂອລິມປິກລະດູໜາວ ແລະງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງ 2022

2022-01-20 15:23:05 cri

ວັນ​ທີ 19 ມັງ​ກອນ​ນີ້, ຄະ​ນະ​ກຳ​ມະ​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ ​ໄດ້ເຜີຍແຜ່ປະ​ມວນບົດ​ລາຍ​ງານ​​ກ່ຽວ​ກັບ​ຜົນ​ສຳ​ເລັດ​ທີ່​ເປັນ​ມໍລະ​ດົກ​​​ສຳ​ລັບງານ​ກິ​ລ​າ​ໂອ​ລິມ​ປິກ​ລະ​ດູ​ໜາວ ແລະ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ 2022 ໂດຍ​ໄດ້​ສະຫຼຸບ​ຜົນ​ສຳ​ເລັດ​ທີ່​ເປັນ​ມໍ​ລະ​ດົກ​ທີ່​ສຳ​ຄັນ​ໃນ​ການ​ກະ​ກຽມ​ການຈັດ​ງານ ນັບ​ແຕ່​ໄດ້​ຮັບ​ສິດ​ເປັນ​ເຈົ້າ​ພາບ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ຄັ້ງ​ນີ້​ໃນ​ປີ 2015 ເປັນ​ຕົ້ນ​ມາ.

​ປະ​ມວນບົດ​ລາຍ​ງານ​ທີ່​ເຜີຍ​ແຜ່​ໃນ​ຄັ້ງ​ນີ້ ລ​ວມ​ມີ​​ບົດ​ລາຍ​ງານຕ່າງໆ​ກ່ຽວ​ກັບຜົນ​ສຳ​ເລັດ​ທີ່​ເປັນ​ມໍລະ​ດົກ​ໃນ 7 ດ້ານ ເຊັ່ນ: ກິ​ລາ, ເສດ​ຖະ​ກິດ, ສັງ​ຄົມ, ວັດ​ທະ​ນະ​ທຳ ເປັນ​ຕົ້ນ ໂດຍ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຜົນ​ສຳ​ເລັດ​ທີ່​ເປັນ​​ມໍ​ລະ​ດົກ​​ສຳ​ລັບງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ກິ​ລາ​ລະ​ດູ​ໜາວ​ຢູ່ຈີນ, ​ການປັບ​ປຸງ​ສິ່ງ​ແວດ​ລ້ອມ​ນິ​ເວດ​ໃຫ້​ດີ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ເຮັດ​ໃຫ້​ເຂດ​ແຄວ້ນ​ປັກ​ກິ່ງ, ທຽນ​ສິນ ແລະ​ແຂວງ​ເຫີ​ເປ​ພັດ​ທະ​ນາ​ແບບ​ປະ​ສານ​ສົມ​ທົບ​ກັນ ແລະ​ອື່ນໆ.

ໃນ​ຂະ​ບວນ​ການ​ກະ​ກຽມ​ຈັດ​ງານ​ກິ​ລາ​ໃນ​ຄັ້ງ​ນີ້, ຄະ​ນະ​ກຳ​ມະ​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ປະ​ຕິ​ບັດ​ຕ​າມ​ແນວ​ຄິດ “ສີ​ຂຽວ, ຊົມ​ໃຊ້​ຮ່ວມ​ກັນ, ເປີດ​ປະ​ຕູ ແລະ​ປອດ​ໃສ​ໄຮ້​ມົນ​ທິນ”, ເຮັດ​ໃຫ້​ວຽກ​ງານ​ມໍ​ລະ​ດົກ​ເຊື່ອມ​ໂຍງ​ເຂົ້າກັບວ​ຽກ​ງານ​ຈັດ​ງານ​ກິ​ລາ ເພື່ອ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ກັບ​ປະ​ຊາ​ຊົນ​ທົ່ວ​ສັງ​ຄົມ.

ຄຳ​ເຫັນ

0