ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ເວລາ 18 ໂມງຂອງວັນທີ 20 ມັງກອນນີ້, ກຳປັ່ນທີ່ບັນທຸກເຫຼັກນິກແກນຈຳນວນ 13.677 ໂຕນ ທີ່ເປັນເຫຼັກນິກແກນງວດທຳອິດທີ່ຜະລິດໂດຍບໍລິສັດນິກແກນ GNI ຂອງອິນໂດເນເຊຍນັ້ນ ໄດ້ແລ່ນອອກຈາກແຂວງສຸລາເວຊີ ເຕັງກາລາປະເທດອິນໂດເນເຊຍ ມຸ່ງໜ້າສູ່ປະເທດຈີນ.
ບໍລິສັດນິກແກນ GNI ຕັ້ງຢູ່ແຂວງສຸລາເວຊີ ເຕັງກາລາ ປະເທດອິນໂດເນເຊຍ, ເປັນບໍລິສັດທີ່ລົງທຶນສ້າງໂດຍບໍລິສັດນິກແກນເຕີລົງແຂວງຈ່ຽງຊູ່ປະເທດຈີນ ແລະເປັນໂຄງການທີ່ສຳຄັນລະຫວ່າງຈີນກັບອິນໂດເນເຊຍໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”. ທ່ານໂຈໂກ ວິໂດໂດ, ປະທານາທິບໍດີອິນໂດເນເຊຍໄດ້ຍ້ອງຍໍວ່າ: ໂຄງການດັ່ງກ່າວໄດ້ສ້າງມູນຄ່າເພີ່ມໃຫ້ກັບອຸດສາຫະກຳອິນໂດເນເຊຍ, ຊ່ວຍແກ້ໄຂບັນຫາການປະກອບອາຊີບ ພ້ອມທັງໄດ້ສ້າງໂອກາດການພັດທະນາໃຫ້ກັບວິສາຫະກິດຂະໜາດກາງ ແລະຂະໜາດນ້ອຍຢູ່ອິນໂດເນເຊຍ. ທ່ານໂຈໂກ ວິໂດໂດຍັງກ່າວຕື່ມວ່າ: ບໍລິສັດນິກແກນ GNI ໄດ້ສ້າງໂຮງງານ ຫຼອມໂລຫະຢູ່ອິນໂດເນເຊຍ ເຊິ່ງໄດ້ສ້າງມູນຄ່າເພີ່ມເປັນຈຳນວນຫຼວງຫຼາຍໃຫ້ກັບອຸດສາຫະກຳນິກແກນຂອງອິນໂດເນເຊຍ.
ປັດຈຸບັນ, ຍ້ອນວ່າມີການລົງທຶນຈາກວິສາຫະກິດຫຼາຍແຫ່ງຂອງຈີນ, ປະເທດອິນໂດຍເນເຊຍ ທີ່ເຄີຍສາມາດສົ່ງອອກແຕ່ແຮ່ນິກແກນເທົ່ານັ້ນ ໄດ້ສົ່ງອອກເຫຼັກສະແຕນເລສທີ່ມີມູນຄ່າເຖິງ 20,8 ຕື້ໂດລາສະຫະລັດໃນປີ 2021 ຜ່ານມາ. ທ່ານໂຈໂກ ວິໂດໂດຍັງກ່າວຕື່ມວ່າ: ນີ້ເປັນ “ບາດກ້າວກະໂດດຄັ້ງໃຫຍ່” ສຳລັບເສດຖະກິດອິນໂດເນເຊຍ.
ຄຳເຫັນ
0