黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ບານ​ຕົງ​ກາ​ໄດ້​ຮັບ​ເຄື່ອງ​ຊ່ວຍ​ເຫຼືອ​ສຸກ​ເສີນງວດ​ທຳ​ອິດຈາກ​ຈີນ​ແລ້

2022-01-21 14:29:38 cri

ລັດ​ຖະ​ບານ​ຕົງ​ກາ​ໄດ້​ຮັບ​ເຄື່ອງ​ຊ່ວຍ​ເຫຼືອ​ສຸກ​ເສີນງວດ​ທຳ​ອິດຈາກ​ຈີນ​ແລ້_fororder_20220121095305759

ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນໄດ້​ເປີດ​ເຜີຍ​ວ່າ: ​ວັນ​ທີ 19 ມັງ​ກອນ​ນີ້, ລັດ​ຖະ​ບານ​ຈີນ​ໄດ້​ສົ່ງ​ເຄື່ອງຊ່ວຍ​ເຫຼືອ​ສຸກ​ເສີນງວດ​ໜຶ່ງ​ລວມ​ມີ​ນ້ຳ​ດື່ມ, ອາ​ຫານ​ແລະ​ອື່ນໆ​ທີ່​ມີ​ມູນ​ຄ່າ 2 ແສນ 8 ໝື່ນ​ຢວນ​ໄປ​ມອບໃຫ້​ລັດ​ຖະ​ບານ​ຕົງ​ກາ​ໂດຍ​ຜ່ານ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ຕົງ​ກາ.

ທ່ານ​​ທາຍ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ທັງ​ເປັນ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ຮັບ​ມື​ສຸກ​ເສີນ​ແຫ່ງ​ຊາດຕົງ​ກາ​ກ່າວ​ວ່າ: ຂໍ​ສະ​ແດງ​ຄວາມຂອບ​ໃຈ​ນຳປະ​ເທດ​ຈີນ​ທີ່​ໃຫ້​ການ​ຊ່ວຍ​ເຫຼືອ​ເຄື່ອງ​ດັ່ງ​ກ່າວ​ຢ່າງ​ຈິງ​ໃຈ, ນີ້​ແມ່ນ​ເຄື່ອງ​ໃຊ້​ທີ່​ຈຳ​ເປັນ​ງວດ​ທຳ​ອິດ​ທີ່​ລັດ​ຖະ​ບານ​ຕົງ​ກາ​ໄດ້​ຮັບ​ພາຍ​ຫຼັງ​ເກີດ​ໄພ​ພິ​ບັດ.

ປັດ​ຈຸ​ບັນ, ລັດ​ຖະ​ບານ​ຈີນ​ພວມ​ຕິດ​ຕາມ​ສະ​ພາບ​ການ​ປະ​ສົບ​ໄພ​​ຢູ່​ຕົງ​ກາ​ຢ່າງ​ໃກ້​ຊິດ, ແລະ​​ຈະ​ສຸມ​ກຳ​ລັງ​ຢ່າງ​ສຸດ​ຂີດ​ເພື່ອ​ຂົນ​ສົ່ງ​ເຄື່​ອງ​​ຊ່ວຍ​ເຫຼືອໄປ​ໃຫ້ຕົງ​ກາ​ອີກ, ​ເພື່ອຊ່ວຍ​ເຫຼືອ​​ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ຕົງ​ກາ​ໃຫ້​ສ​າ​ມາດ​ຮັບ​ມື​ກັບໄພ​ພິ​ບັດ​ແລະ​ສ້າງ​ສາ​ບ້ານ​ເມືອງຄືນ​ໃໝ່​ໂດຍ​ໄວ.

ຄຳ​ເຫັນ

0