ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 19 ມັງກອນນີ້, ທ່ານໂຈ ໄບເດັນ, ປະທານາທິບໍດີອາເມຣິກາ ໄດ້ກ່າວສະໜັບສະໜູນທະນາຄານກາງອາເມຣິກາ ຫຼື Fed ທີ່ປະຕິບັດນະໂຍບາຍເງິນຕາແບບຮັດກຸມ ເພື່ອຄວບຄຸມອັດຕາເງິນເຟີ້ທີ່ເພີ່ມຂຶ້ນ.
ທ່ານໄບເດັນກ່າວວ່າ: ໃນໜຶ່ງປີເຄິ່ງທີ່ຜ່ານມາ, ທະນາຄານກາງອາເມຣິກາໄດ້ປະຕິບັດນະໂຍບາຍເງິນຕາທີ່ຜ່ອນຄາຍທີ່ສຸດ ເພື່ອຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19. ໂດຍພິຈາລະນາເຖິງທ່ວງທ່າເສດຖະກິດ ແລະລາຄາສິນຄ້າທີ່ຖີບຕົວສູງຂຶ້ນ, ການປັບນະໂຍບາຍເງິນຕາຢູ່ອາເມຣິກາຈຶ່ງມີຄວາມຈຳເປັນທີ່ສຸດ ເຊິ່ງສອດຄ່ອງກັບຄວາມເຫັນຂອງທ່ານເຈີໂຣມ ພາວ, ຜູ້ວ່າການທະນາຄານກາງອາເມຣິກາ.
ໃນເວລາເຂົ້າຮ່ວມກອງປະຊຸມຟັງຄຳໃຫ້ການຂອງລັດຖະສະພາອາເມຣິກາໃນອາທິດທີ່ຜ່ານມາ, ທ່ານ ເຈີໂຣມ ພາວ ກ່າວວ່າ, ທະນາຄານກາງອາເມຣິກາອາດຈະເພີ່ມດອກເບ້ຍຫຼາຍເທື່ອ, ຫຼຸດການຊື້ພັນທະບັດ ແລະການສ້າງໜີ້ໃຫ້ໄວກວ່າເກົ່າ ເພື່ອຮັບມືກັບອັດຕາເງິນເຟີ້ທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ຕາມຂໍ້ມູນຈາກກະຊວງແຮງງານອາເມຣິກາໃຫ້ຮູ້ວ່າ: ໃນເດືອນທັນວາປີ 2021, ດັດຊະນີລາຄາຜູ້ບໍລິໂພກ ຫຼື CPI ຂອງອາເມຣິກາໄດ້ເພີ່ມຂຶ້ນ 7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020 ແລະໄດ້ເພີ່ມຂຶ້ນຫຼາຍທີ່ສຸດໃນຮອບ 40 ປີຜ່ານມາ.
ຄຳເຫັນ
0