蒙龍

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຂະ​ບວນ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ຖ້ຽວ​ທຳ​ອິດ​ຈາກ​ສະ​ຖາ​ນີ​ວັງ​ວຽງ​ອອກ​ເດີນ​ທາງ​ໄປ​ປະ​ເທດ​ຈີນແລ້ວ

2022-01-21 11:01:19 CRI

ຂະ​ບວນ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ຖ້ຽວ​ທຳ​ອິດ​ຈາກ​ສະ​ຖາ​ນີ​ວັງ​ວຽງ​ອອກ​ເດີນ​ທາງ​ໄປ​ປະ​ເທດ​ຈີນແລ້ວ_fororder_微信圖片_20220121094738

 

ຂະ​ບວນ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ຖ້ຽວ​ທຳ​ອິດ​ຈາກ​ສະ​ຖາ​ນີ​ວັງ​ວຽງ​ອອກ​ເດີນ​ທາງ​ໄປ​ປະ​ເທດ​ຈີນແລ້ວ_fororder_微信圖片_20220121094745

 

​ເວ​ລາ 19 ໂມງ 5 ນາ​ທີ​ຂອງວັນ​ທີ 19 ມັງ​ກອນ​ນີ້, ຂະ​ບວນ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ຖ້ຽວທຳ​ອິດ​ຈາກ​ສະ​ຖາ​ນີ​ວັງ​ວຽງໄດ້​​ອອກເດີນ​ທາງ​ໄປ​​​ນະ​ຄອນ​ຢຸ້ຍ​ຊີ​ແຂວງ​ຢຸນ​ນານປະ​ເທດ​ຈີນຢ່າງ​ເປັນ​ທາງ​ການ.

ຂະ​ບວນ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ຖ້ຽວ​ທຳ​ອິດ​ຈາກ​ສະ​ຖາ​ນີ​ວັງ​ວຽງ​ອອກ​ເດີນ​ທາງ​ໄປ​ປະ​ເທດ​ຈີນແລ້ວ_fororder_微信圖片_20220121094748

ເຈົ້າ​ໜ້າ​ທີ່​ສະ​ຖາ​ນີ​ວັງ​ວຽງ​ກ່າວ​ວ່າ: ຂະ​ບວນ​ລົດ​ໄຟ​ຖ້ຽວນີ້​ມີ 20 ຕູ້, ສິນ​ຄ້າ​​ມີ​ນ້ຳ​ໜັກ​ທັງ​ໝົດ 1.234 ໂຕນ, ຕົ້ນ​ຕໍ​ແມ່ນ​ແຮ່​ເຫຼັກ.

ຂະ​ບວນ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ຖ້ຽວ​ທຳ​ອິດ​ຈາກ​ສະ​ຖາ​ນີ​ວັງ​ວຽງ​ອອກ​ເດີນ​ທາງ​ໄປ​ປະ​ເທດ​ຈີນແລ້ວ_fororder_微信圖片_20220121094751

ຕາມ​ຂ່າວ​ແຈ້ງວ່າ: ເພື່ອ​ຕອບ​ສະ​ໜອງ​ຕາມ​ຄວາມ​ຕ້ອງ​ການ​ດ້ານ​ການ​ຂົນ​ສົ່ງ​ສິນ​ຄ້າ​ທີ່​ນັບ​ມື້​ນັບຫຼາຍ​ຂຶ້ນ, ບໍ​ລິ​ສັດ​ທາງ​ລົດ​ໄຟ​ລາວ-ຈີນ ທີ່​ຮັບ​ຜິດ​ຊອບ​ການ​ປະ​ຕິ​ບັດ​ງານ​ຢູ່​ຕາມ​ທາ​ງ​ລົດ​ໄຟ​ລາວ-ຈີນ​ຕອນ​​ຢູ່ປະ​ເທດ​ລາວ ໄດ້ຕົກ​ລົງ​ເປີດ​​ບໍ​ລິ​ການ​ຂົນ​ສົ່ງ​ສິນ​ຄ້າ​​ຈາກ​ສະ​ຖາ​ນີ​ວັງ​ວຽງ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 13 ມັງ​ກອນ​​ຜ່ານ​ມານີ້. ມ​າ​ຮອດ​ປັດ​ຈຸ​ບັນ, ​ຢູ່​ຕາມ​ທາງ​ລົດ​ໄຟ​ລາວ-ຈີນ​ຕອນຢູ່​ປະ​ເທດ​ລາວ​ໄດ້​ເປີດ​ບໍ​ລິ​ການການ​ຂົນ​ສົ່ງ​ສິນ​ຄ້າ​ຈາກ 3 ສະ​ຖາ​ນີ​​ແລ້ວ ຄື: ສະ​ຖາ​ນີ​ວຽງ​ຈັນ​ໃຕ້, ສະ​ຖາ​ນີ​ວັງ​ວຽງ ແລະ ສະ​ຖາ​ນີ​ນາ​ເຕີຍ ເຊິ່ງໄດ້​ຂົນ​ສົ່ງ​ສິນ​ຄ້າ​ທັງ​ໝົດຫຼາຍກວ່າ 7 ໝື່ນ​ໂຕນ.

ຂະ​ບວນ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ຖ້ຽວ​ທຳ​ອິດ​ຈາກ​ສະ​ຖາ​ນີ​ວັງ​ວຽງ​ອອກ​ເດີນ​ທາງ​ໄປ​ປະ​ເທດ​ຈີນແລ້ວ_fororder_微信圖片_20220121094754

ຄຳ​ເຫັນ

0