秦瑛蓮

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໃນປີ 2021, ຈີນ ແລະບັນດາປະເທດອາຊີຕາເວັນອອກສຽງໃຕ້ໄດ້ຮ່ວມກັນເຄື່ອນໄຫວປະຕິບັດກົດໝາຍປາບປາມຢາເສບຕິດ 26 ຄັ້ງ

2022-01-21 11:36:45 cri

ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຂອງ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຈີນ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ມັງ​ກອນ​ນີ້, ທ່ານ​ມິນ​ທ່ຽນສື, ຮອງ​ຫົວ​ໜ້າ​​ຫ້ອງການ​ປາບ​ປາມ​ຢາເສບ​ຕິດ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ: ໃນ​ປີ 2021, ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຈີນ​ໄດ້​ເພີ່ມ​ທະ​ວີ​ກາ​ນ​ຮ່ວມ​ມື​ດ້ານ​ການ​ປາບ​ປາມ​ຢາ​ເສບ​ຕິດ​ກັບ​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ໂດຍ​ໄດ້​ປະ​ຕິ​ບັດຍຸດ​ທະ​ສາດ​ປາບ​ປາມ​ຢາ​ເສບ​ຕິດ“​ກຳ​ຈັດ​ແຫຼ່ງ​ກຳ​ເນີດ ແລະ​ຕັດ​ເຄືອ​ຂ່າຍ​ຈໍ​ລະ​ຈອນ”​ຢ່າງ​ຮອບ​ດ້ານ, ​ໄດ້ຊຸກ​ຍູ້ການ​ເຄື່ອນ​ໄຫວໃນ​ຫົວ​ຂໍ້ “ກວດ​ລ້າງ​ຢາ​ເສບ​ຕິດ​ຢູ່​ເຂດ​ຊາຍ​ແດນ2021” ເຊິ່ງ​ໄດ້​ຮັບ​ຜົນ​ສຳ​ເລັດ​ອັນ​ພົ້ນ​ເດັ່ນ.

ໃນ​ປີ 2021, ຈີນ​ໄດ້ຈັດ​ການ​ພົບ​ປະ ແລະ​​ເຈ​ລະ​ຈາ​ກັບ​ມຽນ​ມາ, ລາວ, ຫວຽດ​ນາມ, ໄທ ແລະປະ​ເທດ​ອື່ນໆ 33 ຄັ້ງ, ຮ່ວມ​ກັນດຳ​ເນີນ​ການ​ເຄື່ອນ​ໄຫວ​ປະ​ຕິ​ບັດ​ກົດ​ໝາຍ​ປາບ​ປາມ​ຢາ​ເສບ​ຕິດ 26 ຄັ້ງ ແລະ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ປາບ​ປາມ​ຢາ​ເສບ​ຕິດ 6 ຄັ້ງ ໂດຍ​ໄດ້​​ທັບມ້າງ​ໂຮງ​ງານ​ຜະ​ລິດຢ​າ​ເສບ​ຕິດ 4 ແຫ່ງ, ​ບ່ອນ​ຊຸ​ກ​ເຊື່ອງ​ຢາ​ເສບ​ຕິດ 5 ແຫ່ງ ແລະ​ສາງ​ເກັບ​ສານຜະ​ລິດ​ຢາ​ເສບ​ຕິດ 15 ແຫ່ງ, ຈັບ​​ຜູ້​ຕ້ອງ​ຫາ​ທັງ​ພາຍ​ໃນ ແລະ​ຕ່າງ​ປະ​ເທດ​ໄດ້ 162 ຄົນ, ຍຶດ​ຢາ​ເສບ​ຕິດ​ປະ​ເພດ​ຕ່າງໆ​ໄດ້ 15,48 ໂຕນ, ​ວັດ​ຖຸ​ໃຊ້​ໃນ​ການ​ຜະ​ລິດ​ຢາ​ເສບ​ຕິດ 223 ໂຕນ, ປື​ນ 17 ​ກະ​ບອກ ແລະ​ລູກ​ປືນ 2.010 ນັດ.

ຄຳ​ເຫັນ

0