吳怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ຕາງ​ໜ້າ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເວ​ທິ​ປຶກ​ສາ​ຫາ​ຈີນ-ອາ​ເມ​ຣິ​ກາ​ທີ່​ຮົງ​ກົງ​ຄັ້​ງ​ທີ 3 ກ່າວ​ວ່າ: ຈີນ ແລະ​ອາ​ເມ​ຣິກ​າ​ຄວນ​ຕັ້ງ​ໜ້າ​ປຶກ​ສາ​ຫາ​ລືກັນ​ເພື່ອ​ຊຸກ​ຍູ້​ການ​ຟື້ນ​ຟູ​ຂອງ​ເສດ​ຖະ​ກິດ​ໂລກ

2022-01-22 14:12:54 cri

ຜູ້​ຕາງ​ໜ້າ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເວ​ທິ​ປຶກ​ສາ​ຫາ​ຈີນ-ອາ​ເມ​ຣິ​ກາ​ທີ່​ຮົງ​ກົງ​ຄັ້​ງ​ທີ 3 ກ່າວ​ວ່າ: ຈີນ ແລະ​ອາ​ເມ​ຣິກ​າ​ຄວນ​ຕັ້ງ​ໜ້າ​ປຶກ​ສາ​ຫາ​ລືກັນ​ເພື່ອ​ຊຸກ​ຍູ້​ການ​ຟື້ນ​ຟູ​ຂອງ​ເສດ​ຖະ​ກິດ​ໂລກ_fororder_論壇

     ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລືຈີນ-ອາ​ເມ​ຣິ​ກາ​ທີ່​ຮົງ​ກົງຄັ້ງ​ທີ 3 ທີ່​ຈັດ​ຮ່ວມ​ໂດຍ​ສູນ​ແລກ​ປ່ຽນ​ເສດ​ຖະ​ກິດ​ສາ​ກົນ​ຈີນ ແລະ​​ມູ​ນນິ​ທິ​ເພື່ອ​ການ​ແລກ​ປ່ຽນຈີນ-ອາ​ເມ​ຣິ​ກາ​​ຂອງ​ຮົງ​ກົງ​ໄດ້​ດຳ​ເນີນ​ຂຶ້ນ​ແຕ່​ວັນ​ທີ 19-21 ມັງ​ກອນ​ນີ້​ຜ່ານ​ທາງວິ​ດີ​ໂອ. ຜູ້ຕາງ​ໜ້າ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ດັ່ງ​ກ່າວ​ໄດ້​​ລົງ​ເລິກປຶກ​ສາ​ຫາ​ລື ແລະ​ແລ​ກ​ປ່ຽນ​ຄວາມ​ຄິດ​ເຫັນ​ຢ່າງ​ເຕັມ​ສ່ວນ ແລະ​ລົງ​ເລິກ​ກ່ຽວ​ກັບ​ຫົວ​ຂໍ້​ຕ່າງໆ, ເຊັ່ນ: ສິ່ງ​ທ້າ​ທາຍ ແລະ​ການ​ຄຸ້ມ​ຄອງ​ດ້ານ​ສາຍ​ພົວ​ພັນ​ຈີນ-ອາ​ເມ​ຣິ​ກາ, ການ​ຟື້​ຟູ​ເສດ​ຖະ​ກິດ​ທົ່ວ​ໂລກ, ການ​ຄ້າ ແລະ​ການ​ລົງ​ທຶນ, ຕ່ອງ​ໂສ້​ການ​ສະ​ໜອງ​ທົ່ວ​ໂລກ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ ແລະ​ອື່ນໆ.

     ທ່ານ​ເຝີງ​ກົວ​ຈີ່ງ ຮອງ​ປະ​ທານ​ມູນ​ນິ​ທິ​ເພື່ອ​ການແລກ​ປ່ຽນ​ຈີນ-ອາ​ເມ​ຣິ​ກາ​​ຂອງ​ຮົງ​ກົງຊີ້​ອອກວ່າ: ໃນ​ໄລ​ຍະ​ມໍ່ໆ​ມາ​ນີ້, ​ກອງ​ປະ​ຊຸມ​ພົບ​ປະ​ຕ່າງໆ​ລະ​ຫວ່າງ​ຂັ້ນ​ສູງ​ຈີນ-ອາ​ເມ​ຣິ​ກາ, ລ​ວມ​ທັງ​ວົງ​ການ​ການ​ເມືອງ ແລະ​ການ​ຄ້າ ເຊິ່ງ​ໄດ້​ເຮັດ​ໃຫ້​ພວກ​ເຮົາ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ ແລະ​ມີ​ກຳ​ລັງ​ໃຈຫຼາຍ. ຈີນ ແລະ​ອາ​ເມ​ຣິ​ກາ​ໃນ​ຖາ​ນະ​ເປັນ​ປະ​ເທດ​ໃຫຍ່​ໃນ​ໂລກ, ຄວນ​ຮ່ວມ​ກັນ​ແບກ​ຫາບ​ຄວາມ​ຮັບ​ຜິດ​ຊອບ ແລະ​ພັນ​ທະ​ສາ​ກົນ, ປະ​ກອ​ບ​ສ່ວນ​ຄັ້ງ​ປະ​ຫວັດ​ສາດ​ເຂົ້າ​ໃນ​ການ​ຊຸກ​ຍູ້​ສັ​ນ​ຕິ​ພາບ ແລະ​ການ​ພັ​ດ​ທະ​ນາ​ຂອງ​ໂລກ.

     ຜູ້​ຕ່າງ​ໜ້າ​ຝ່າຍ​ຕ່າງ​ປະ​ເທດ​ຊີ້​ອອກວ່າ:  ອາ​ເມ​ຣິ​ກາ ແລະ​ຈີນ​ຄວນ​ຕັ້ງ​ໜ້າ​ປຶ​ກ​ສາ​ຫາ​ລື ແລະ​ຕິດ​ຕໍ່​ພົວ​ພັນ​ກັນ, ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ຕົວ​ຈິງ​ໃນ​ຂົງ​ເຂດ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ຮ່ວມ​ກັນ​ຊຸກ​ຍູ້​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ໂລກ, ແກ້​ໄຂ​ບັນ​ຫາ​​ເພົ້ນ​ເດັ່ນ​ທີ່​ໄດ້ຮັບຜົນ​ກະ​ທົບ​ຈາກ​ພະ​ຍາດ​ໂຄວິດ-19, ​ເຊັ່ນ: ຕ່ອງ​ໂສ້​ການ​ສະ​ໜອງ​ມີ​ການ​ຂາດສະ​ບັ້ນເປັນ​ຕົ້ນ.

ຄຳ​ເຫັນ

0