吳怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີ​ນ​ກ່າວ​ວ່າ: ລີ​ຕົວ​ນີ​ຄວນ​ປັບ​ປຸງ​ສະ​ພາບ​ການ​ໃນ​ປັດ​ຈຸ​ບັນ​ດ້ວຍ​ການ​ທະ​ກຳ​ຕົວ​ຈິງ

2022-01-22 14:14:38 cri

ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີ​ນ​ກ່າວ​ວ່າ: ລີ​ຕົວ​ນີ​ຄວນ​ປັບ​ປຸງ​ສະ​ພາບ​ການ​ໃນ​ປັດ​ຈຸ​ບັນ​ດ້ວຍ​ການ​ທະ​ກຳ​ຕົວ​ຈິງ_fororder_趙立堅

    ຕາມ​ຂ່າວ​ລາຍ​ງານ​ວ່າ: ທ່ານ​ກີ​ຕາ​ນາ​ສ ນາວ​ເຊ​ດາ ປະ​ທາ​ນາ​ທິ​ບໍ​ດີ​ລີ​ຕົວ​ນີ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້​ວ່າ: ການ​ພົວ​ພັນ​ລີ​ຕົວ​ນີ-ຈີນ​ຊຸດ​ໂຊມ​ລົງ​ໄດ້​ເຮັດ​ໃຫ້​ເກີດ​ມີ​ຄວາມ​ເສຍ​ຫາຍ​ດ້ານ​ການ​ຄ້າ, ລີ​ຕົວ​ນີ​ຕ້ອງ​ຈັດ​ຕັ້​ງ​ປະ​ຕິ​ບັດ​ແຜນ​ການ​ປັບ​ປຸງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລີ​ຕົວ​ນີ​ໄດ້​ສະ​ເໜີ​ແຜນ​ການ​ຕາມ​ຄວາມ​ຕ້ອງ​ການ. ​ຄາດ​ວ່າລີ​ຕົວ​ນີ ແລະ​ຈີນ​ຈະ​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ໃນ​ອີກ​ບໍ່​ດົນ​ນີ້.

    ກ່ຽວ​ກັບ​​ການ​ສະ​ແດງທ່າ​ທີ​ຂອງ​ລັດ​ຖະ​ບານ​ລີ​ຕົວ​ນີ​ທີ່​ຫວັງ​ຢາກ​ປັບ​ປຸງ​ການ​ພົວ​ພັນ​ລີ​ຕົວ​ນີ-ຈີນ​ໃຫ້​ດີ​ຂຶ້ນ, ທ່າ​ນ​ຈ້າວ​ລີ​ຈ່ຽນ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນໄດ້​ກ່າວໃນ​ກອງ​ປະ​ຊຸມ​​ຖະ​ແຫຼງຂ່າ​ວ​​ປະ​ຈຳ​ວັນ​ທີ 21 ມັງ​ກອນ​ນີ້​ວ່າ: ສາ​ເຫດ​ຕົ້ນ​ຕໍ​ທີ່​ເຮັດ​ໃຫ້​ການ​ພົວ​ພັນ​ຈີນ-ລີ​ຕົວ​ນີ​ເກີດ​ບັນ​ຫາ​ແມ່ນ​ຍ້ອນ​ລັດ​ຖະ​ບານ​ລີ​ຕົວ​ນີ​ໄດ້​ນຳ​ໃຊ້ການ​ກະ​ທຳ​ອັນ​ຜິດ​ພາດ​ຕາມ​ລຳ​ພັງ​ໃຈ​ໃນ​ບັນ​ຫາ​ກ່ຽວ​ກັບ​ໄຕ້​ຫວັນ, ໂດຍ​ໄດ້​ທຳ​ລາຍ​ຜົນ​ປະ​ໂຫຍດ​ແກນ​ກາງ​ຂອງ​ຈີນ, ທັງ​ໄດ້​ທຳ​ລາຍ​ຫຼັກ​ການ​ພື້ນ​ຖານຂອງ​ການ​ພົວ​ພັນ​ສາ​ກົນ. ຜູ້​ໃດ​ເປັນ​ຜູ້​ກໍ່​ໃຫ້​ການ​ພົວ​ພັນ​ຈີນ-ລີ​ຕົວ​ນີ​ຊຸດ​ໂຊມ​ລົງ ແລະ​ເຮັດ​ໃຫ້​ສະ​ຖາ​ນະ​ການ​ຮຸນ​ແຮງ​ຂຶ້ນເທື່ອ​ລະ​ກ້າວ, ປະ​ຊາ​ຄົມ​ໂລກ​ຈະ​ເປັນ​ຜູ້​ຕັດ​ສິນດ້ວ​ຍ​ຕົນ​ເອງ. ຈີນ​ໄດ້​ເປີດ​ຊ່ອງ​ທາງ​ດ້ານ​ການ​ຕິດ​ຕໍ່​ພົວ​ພັນ​ໃຫ້​ກັບ​ລີ​ຕົວ​ນີ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. ລີ​ຕົວ​ນີ​ຫາກ​ຢາກ​ປັບ​ປຸງ​ສະ​ພາບ​ການ​ໃນ​ປັດ​ຈຸ​ບັນ​ແທ້ໆ, ​ກໍຄວນ​ສະ​ແດງ​ຄວາມ​ຈິງ​ໃຈຕໍ່​ຈີນ ແລະ​ນຳ​ໃຊ້​ການ​ກະ​ທຳ​ຕົວ​ຈິງ.

ຄຳ​ເຫັນ

0