ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ຕອນຄ່ຳວັນທີ 21 ມັງກອນນີ້, ງານສະແດງສິລະປະດົນຕີກ່ຽວກັບງານກິລາໂອລິມປິກລະດູໜາວປັກກິ່ງ ແລະງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງ 2022 ໄດ້ຈັດຂຶ້ນຢູ່ຫໍດົນຕີຂອງສວນສາທາລະນະຈົ່ງຊ່ານ ນະຄອນຫຼວງປັກກິ່ງປະເທດຈີນ. ງານສະແດງສິລະປະດົນຕີຄັ້ງນີ້ ໄດ້ສະແດງຜົນງານເພງ 10 ກວ່າເພງ ທີ່ຄັດເລືອກຈາກການແຂ່ງຂັນແຕ່ງເພງງານກິລາໂອລິມປິກລະດູໜາວ ເຊັ່ນ: “ກ້າວສູ່ອະນາຄົດຮ່ວມກັນ”, “ຄວາມມ່ວນຊື່ໃນຍາມທີ່ມີຫິມະຕົກ”, “ແສງສະຫວ່າງທີ່ສະຫງ່າລາສີຂອງນ້ຳກ້ອນ ແລະຫິມະ” ເປັນຕົ້ນ.
ຕາມຂ່າວລາຍງານວ່າ: ພາຍຫຼັງນະຄອນຫຼວງປັກກິ່ງໄດ້ຮັບສິດເປັນເຈົ້າພາບຈັດງານກິລາໂອລິມປິກລະດູໜາວເປັນຕົ້ນມາ, ຄະນະກຳມະການຈັດງານກິລາໂອລິມປິກລະດູໜາວປັກກິ່ງ ໄດ້ຈັດການແຂ່ງຂັນແຕ່ງເພງໂອລິມປິກລະດູໜາວ 3 ຄັ້ງ ໂດຍໄດ້ຮັບການຕອບສະໜອງຈາກນັກແຕ່ງເພງ ແລະປະຊາຊົນຈຳນວນຫຼວງຫຼາຍ.
ຄຳເຫັນ
0