覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການທີ່ອາເມຣິກາຖືເອົາການສະກັດກັ້ນອິດທິພົນຂອງຈີນເປັນໜ້າທີ່ແລະຜົນງານສຳຄັນຂອງສປຊ ນັ້ນ ເປັນເລື່ອງຕະຫຼົກຫຼາຍ

2022-01-22 15:56:14 cri

ແນໃສ່ກໍລະນີທີ່ເວັບໄຊຂອງຄະນະຜູ້ຕາງໜ້າຖາວອນຂອງອາເມຣິກາປະຈຳອົງການສະຫະປະຊາຊາດໄດ້ເຜີຍແຜ່ອັນທີ່ເອີ້ນວ່າ “ບັນຊີຄວາມຈິງ”ໃນຫົວຂໍ້ວ່າ “ສ້າງກຳລັງການນຳພາຂອງອາເມຣິກາຢູ່ອົງການສະຫະປະຊາດຄືນໃຫມ່” ໃນວັນທີ 20 ມັງກອນນີ້ ໂດຍໄດ້ເຜີຍແຜ່ ອັນທີ່ເອີ້ນວ່າ “ຜົນງານ”ຂອງຄະນະຜູ້ຕາງໜ້າຖາວອນຂອງອາເມຣິກາ ປະຈຳອົງການສະຫະປະຊາຊາດໃນປີ2021, ທັງໄດຕຳໜິວິຈານຈີນຢ່າງ ໄຮ້ເຫດຜົນມາຫຼາຍເທື່ອ, ທ່ານຈ່າງຈຸ່ນ ຜູ້ຕາງໜ້າຖາວອນຂອງຈີນປະ ຈຳອົງການສະຫະປະຊາຊາດກ່າວວ່າ: ອາເມຣິກາຖືເອົາການສະກັດກັ້ນອິດ ທິພົນຂອງຈີນເປັນໜ້າທີ່ແລະຜົນງານສຳຄັນຂອງສປຊ ມັນເດັ່ນຊັດແລ້ວວ່າ ເປັນເລື່ອງຕະຫຼົກ ແລະໄຮ້ເຫດຜົນ.
 

ທ່ານຈ່າງຈຸ່ນກ່າວຢືນຢັນວ່າ: ຈີນປະກອບສ່ວນເພື່ອສັນຕິພາບແລະ ການພັດທະນາຂອງໂລກ, ສະໜັບສະໜູນ ສປຊ  ແລະຊ່ວຍເຫຼືອບັນດາ ປະເທດໃນໂລກ, ນີ້ເປັນສິ່ງທີ່ໃຜໆກໍໄດ້ເຫັນຕົວຈິງ. ຈີນຈະບໍ່ຄັດຄ້ານປະເທດ ອື່ນເສີມຂະຫຍາຍບົດບາດຂອງຕົນ, ແຕ່ບົດບາດແບບນີ້ຕ້ອງເປັນທາງບວກ, ມີຄວາມຮັບຜິດຊອບແລະມີລັກສະນະສ້າງສັນ. ພວກເຮົາບໍ່ຕ້ອງການອັນ ທີ່ເອີ້ນວ່າ “ກຳລັງນຳພາທີ່ພາໃຫ້ທົ່ວໂລກກ້າວໄປສູ່ຄວາມປັ່ນປ່ວນ, ຍຸແຍ່ໃຫ້ ບັນດາປະເທດຕໍ່ຕ້ານກັນ, ບໍ່ຕ້ອງການອັນທີ່ເອີ້ນວ່າ “ກຳລັງນຳພາ” ທີ່ສະກັດ ກັ້ນການພັດທະນາຂອງປະເທດອື່ນ, ສ້າງຄວາມຫຍຸ້ງຍາກໃຫ້ເສດຖະກິດໂລກ, ບໍ່ຕ້ອງການອັນທີ່ເອີ້ນວ່າ “ກຳລັງນຳພາ”ທີ່ບໍ່ເຮັດວຽກຕົວຈິງ ແລະບໍ່ມີປະສິດທິຜົນໃນການຕ້ານກັບພະຍາດໂຄວິດ-19 ເຊິ່ງເຮັດໃຫ້ປະຊາ ຊົນຫຼາຍແສນຄົນເສຍຊີວິດ.

ຄຳ​ເຫັນ

0