ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 21 ມັງກອນນີ້, ຂະບວນລົດໄຟໂອລິມປິກລະດູໜາວຕາມທາງລົດໄຟຄວາມໄວສູງປັກກິ່ງ-ຈ່າງເຈ່ຍໂຂ ໄດ້ເປີດບໍລິການຂົນສົ່ງຢ່າງເປັນທາງການແລ້ວ. ໃນໄລຍະໃຫ້ການບໍລິການງານກິລາໂອລິມປິກລະດູໜາວ, ຈະເປີດຂະບວນລົດໄຟໂອລິມປິກລະດູໜາວໄປ-ກັບ 17 ຖ້ຽວຕໍ່ມື້, ສະຖານີລົດໄຟບໍລິການງານກິລາໂອລິມປິກ 4 ແຫ່ງຕາມທາງລົດໄຟຄວາມໄວສູງປັກກິ່ງ-ຈ່າງເຈ່ຍໂຂ ຄື: ສະຖານີຊີ່ງເຮີ, ສະຖານີຢຽນຊີ້ງ, ສະຖານີທ້າຍຈືເສີງ ແລະສະຖານີຊົງຫຼີ ກໍຈະປະຕິບັດການຄຸ້ມຄອງແບບວົງປິດ ແລະບໍ່ແມ່ນວົງປິດປະສົມກັນ ເປັນເວລາ 55 ວັນ.
ຕາມຂ່າວລາຍງານວ່າ: ທາງລົດໄຟຄວາມໄວສູງປັກກິ່ງ-ຈ່າງເຈ່ຍໂຂຈະໃຫ້ການບໍລິການດ້ານການຂົນສົ່ງລຳລັບງານກິລາໂອລິມປິກລະດູໜາວປັກກິ່ງ ແລະງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງນັບແຕ່ວັນທີ 21 ມັງກອນ ຫາວັນທີ 16 ມີນາ ປີ 2022.
ຄຳເຫັນ
0