吳怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ສາງ​ເງິນຢວນ​ຈີນ​ຢືນ​ຢູ່​​ອັນ​ດັບ​ທີ 4 ໃນ​ການ​ຊຳ​ລະ​ສະ​ສາງ​ໃນ​ຕະຫຼາດ​ສາ​ກົນ

2022-01-22 14:36:33 cri

    ສະ​ມາ​ຄົມ​ທະ​ນາ​ຄານ ການ​ເງິນ ແລະໂທ​ລະ​ຄົມ​ທົ່ວ​ໂລກ​ ຫຼື SWIFT ໄດ້​​ເຜີຍ​ແຜ່​ບົດ​ລາຍ​ງານ​ໃນ​ຫວ່າງ​ມໍ່​ໆ​ມາ​ນີ້, ໂດຍ​ລະ​ບຸ​ວ່າ: ອັດ​ຕາ​ສ່ວນ​ດ້ານ​ການ​ຊຳ​ລະ​ສະ​ສາງ​ດ້ວຍ​ເງິນຢວນ​ຈີນ​​ໃນ​ສາ​ກົນໃນ​ເດືອນ​ທັນ​ວາ​ປີ 2021 ໄດ້​ເພີ່ມ​ຂຶ້ນ​ຈາກ 2,14%ໃນ​ເດືອນ​ພະ​ຈິກ 2021 ເປັນ 2,7%, ອັດ​ຕາ​ສ່ວນ​ດ້ານ​ການ​ຊຳ​ລະ​ສະ​ສາງ​ໄດ້​ເພີ່ມ​ຂຶ້ນ​ຮອດ​ອັນ​ດັບ​ທີ 4, ໂດຍໄດ້​ລື່ນ​ກາຍ​ເງິນ​ເຢັນ​ຍີ່​ປຸ່ນ, ​ເຊິ່ງເປັນ​ອັນ​ດັບ​ທີ່​ສູງ​ສຸດ​ໃນ​ 6 ປີທີ່​ຜ່ານ​ມາ.

    ການ​ວິ​ເຄາະ​ເຫັນ​ວ່າ: ເລື່ອ​ງ​ນີ້​ແມ່ນ​ກ່ຽວ​ພັນ​ເຖິງ​ອັດ​ຕາ​ສ່ວນ​ດ້ານ​ການ​ຄ້າ​ຂາ​ເຂົ້າ-ຂາ​ອອກ​ຂອງ​ຈີນ​​ໃນ​ທົ່ວ​ໂລກໃນ​ປີ 2021 ໄດ້​ເພີ່ມ​ຂຶ້ນ. ນອກ​ນີ້, ພາຍ​ໃຕ້​ສະ​ພາບ​ການ​ທີ່​ອັດ​ຕາ​ເງິນ​​ແລກ​ປ່ຽນໂດ​ຣາ​ສ​ະ​ຫະ​ລັດ​ມີ​ການ​ປ່ຽນ​ແປງ, ແຕ່​ອັດ​ຕາ​​ແລກ​ປ່ຽນເງິນຢວນ​ຈີນ​ໄດ້​​ຮັກ​ສາ​ຄວາມ​ໝັ້ນ​ທ່ຽງ​ໂດຍ​ທຽບ​ຖານ, ເຊິ່ງ​ໄດ້​ເຮັດ​ໃຫ້​ນັກ​ລົງ​ທຶນ​ສາ​ກົນ​ມີ​ຄວາມ​ໝັ້ນ​ໃຈ​ຕໍ່​ການ​​ຊຳ​ລະ​​ສະ​ສາງດ້ວຍ​ເງິນຢວນ​ຈີນ​ໃນ​ການ​ຄ້າຂ້າມ​ຊາດ, ການ​ລົງ​ທຶນ ແລະການ​ລະ​ດົມ​ທຶນ.

ຄຳ​ເຫັນ

0