蒙龍

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

6 ພາກສ່ວນເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຮ່ວມມືດ້ານຂ່າວລັບກ່ຽວກັບການຕ້ານຢາກະຕຸ້ນປະສາດ

2022-01-23 16:29:25 CRI
ຫວ່າງມໍ່ໆມານີ້, ຄະນະກຳມະການຈັດງານກິລາໂອລິມປິກລະດູໜາວປັກກິ່ງໄດ້ຮ່ວມກັບ ອົງການກວດກາສາກົນ, ອົງການກິລາແຫ່ງຊາດຈີນ, ກະຊວງປ້ອງກັນຄວາມສະຫງົບ, ອົງການພາສີແຫ່ງຊາດ ແລະ ສູນຕ້ານຢາກະຕຸ້ນປະສາດຈີນ ເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອຮ່ວມມືກັນໃນດ້ານຂໍ້ມູນ ແລະ ຂ່າວລັບໃນການຕ້ານຢາກະຕຸ້ນປະສາດ. ບັນດາຝ່າຍ ຈະສ້າງລະບົບຊົມໃຊ້ຂໍ້ມູນແລະຂ່າວລັບກຽວກັບການກວດກາການຕ້ານຢາກະຕຸ້ນປະສາດ ຮ່ວມກັນ ແລະ ດຳເນີນການຮ່ວມມືກັນໃນຂົງເຂດຕ້ານການໃຊ້ຢາກະຕຸ້ນປະສາດແບບຜິດກົດໝາຍ ແລະ ຜິດກົດລະບຽບ ເພື່ອຄົ້ນພົບແລະເປັນແຮງສະເທືອນຕໍ່ການປະພຶດທີ່ໃຊ້ຢາກະຕຸ້ນປະສາດ ແບບຜິດກົດໝາຍ, ປ້ອງກັນສຸຂະພາບຮ່າງກາຍແລະຈິດໃຈຂອງນັກກິລາ, ຮັກສາຄວາມຍຸດຕິທຳໃນການແຂ່ງຂັນິລາ, ພ້ອມທັງຮັບປະກັນໃຫ້ງານກິລາໂອລິມປິກ ລະດູໜາວປັກກິ່ງໄດ້ຈັດຂຶ້ນຢ່າງສະດວກ.

ຄຳ​ເຫັນ

0