黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານ​ລາ​ຕີ​ສິລະ​ປະສະຫຼອງ​ບຸນ​ກຸດ​ຈີນ 2022 ຈັດ​ການ​ຊ້ອມ​​ຄັ້ງ​ທຳ​ອິດ

2022-01-23 14:16:50 cri

ງານ​ລາ​ຕີ​ສິລະ​ປະສະຫຼອງ​ບຸນ​ກຸດ​ຈີນ 2022 ຈັດ​ການ​ຊ້ອມ​​ຄັ້ງ​ທຳ​ອິດ_fororder_20220121202159204

​ວັນ​ທີ 15 ມັງ​ກອນ​ນີ້, ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ຫຼື CMG wfhປະ​ກາດ LOGO ຂອງງານ​ລາ​ຕີ​ສິ​ລະ​ປະ​ສະ​ຫຼອງ​ບຸນ​ກຸດ​ຈີນ​ປີ 2022. LOGO ດັ່ງ​ກ່າ​ວ​ປະ​ກອບ​ດ້ວຍ​ຕົວ​ໜັງ​ສື​ຈີນ​ທີ່​ຂຽນ​ວ່າ “ງານ​ລາ​ຕີ​ສິລະ​ປະສະຫຼອງ​ບຸນ​ກຸດ​ຈີນ 2022 ຂອງ CMG” ແລະ​ພາບ​ເສືອ​ມຸງ​ຄຸນໂຕ​ໜຶ່ງ, ພາບ​ LOGO ຕົ້ນ​ຕໍ​ແມ່ນ​ສີ​ແດງ​ແລະ​ສີ​ເຫຼືອງ​ຄຳ, ເຊິ່ງໄດ້ເນັ້ນ​ໜັກ​ບັນ​ຍາ​ກາດເບີກ​ບານ​ມ່ວນ​ຊື່ນ​ຢ່າງ​ພົ້ນ​ເດັ່ນ​ໃນ​ວັນ​ບຸນ​ປະ​ເພ​ນີ​ທີ່​ສຳ​ຄັນຂອງ​ຈີນ.

ວັນ​ທີ 21 ມັງ​ກອນ​ນີ້, ງານ​ລາ​ຕີ​ສິລະ​ປະສະຫຼອງ​ບຸນ​ກຸດ​ຈີນ 2022 ​ກໍ​ໄດ້ຈັດ​ການ​ຊ້ອມ​ ​ຄັ້ງ​ທຳ​ອິດ.

ງານ​ລາ​ຕີ​ປີນີ້​ໄດ້​ຖື​ “​ຄວາມເບີກ​ບານ​ມ່ວນ​ຊື່ນ​ແລະ​ສິ​ລິ​ມຸງ​ຄຸນ” ເປັນ​ບັນ​ຍາ​ກາດ​ຕົ້ນ​ຕໍຕາມ​ເຄີຍ, ແລະຖື “ແນວ​​ຄິດ+ສິ​ລະ​ປະ+ເຕັກ​ນິກ” ເປັນ​ແນວ​ຄວາມ​ຄິດ​ການ​ປະ​ດິດຄິດ​ແຕ່ງ, ເຮັດ​ໃຫ້​ຜູ້​​ຊົມ​ມ່ວນ​ຊື່ນ​ນຳ​ຊີ​ວິດ​ທີ່​ດີ​ງາມ​ໃນ​ທ່າມ​ກາງ​ສຽງ​ຫົວ​ຊົມ​ຊ້ອຍ​ຊື່ນ​ແລະ​ຄວາມຊາບ​ຊຶ້ງ​, ແລະ​ສະ​ແດງ​ໃຫ້​ເຫັນ​ຄວາມ​ໝັ້ນ​ໃຈ​​ໂຕ​ເອງ​ແລະ​ຈິດ​ໃຈ​ທະ​ນົງ​ອົງ​ອາດ​ຂອງ​ລູກ​ຫຼານ​ຊົນ​ຊາດ​ຈີນ.

ຄຳ​ເຫັນ

0