黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈັງ​ຫວະ​ການ​ເຕີ​ບ​ໂຕ​ດ້າ​ນ​ມູນ​ຄ່າ​ຂາ​ເຂົ້າ​ຂາ​ອອກ​ຂອງ​ໄທ​ໃນ​ປີ 2021 ໄດ້​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ໃນ 11 ປີ​ຜ່ານ​ມາ

2022-01-23 14:14:09 cri

ຈັງ​ຫວະ​ການ​ເຕີ​ບ​ໂຕ​ດ້າ​ນ​ມູນ​ຄ່າ​ຂາ​ເຂົ້າ​ຂາ​ອອກ​ຂອງ​ໄທ​ໃນ​ປີ 2021 ໄດ້​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ໃນ 11 ປີ​ຜ່ານ​ມາ_fororder_0b46f21fbe096b636a736b4ae9df424deaf8acbc

ຕົວ​ເລກ​ທີ່​ກະ​ຊວງ​ການ​ຄ້າ​ໄທ​ເປີດ​ເຜີຍ​ໃນ​ວັນ​ທີ 21 ມັງ​ກອນ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ຍອດ​ມູນ​ຄ່າ​ຂາ​ເຂົ້າ​ຂາ​ອອກ​ຂອງ​ໄທ​ໃນ​ປີ 2021 ໄດ້​ບັນ​ລຸ​ເຖິງ 538 ຕື້ 770 ລ້ານ​ໂດ​ລາ​ສະ​ຫະ​ລັດ, ​ໄດ້​ເພີ່ມ​ຂຶ້ນ 23,1% ເມື່ອ​ທຽບ​ໃສ່​ປີ 2020. ໃນ​ນັ້ນ, ມູນ​ຄ່າ​ນຳ​ເຂົ້າ​ໄດ້​ເພີ່ມ​ຂຶ້ນ 29,8%, ມູນ​ຄ່າ​ສົ່ງ​ອອກ​ໄດ້​ເພີ່ມ​ຂຶ້ນ 17,1%, ລ້ວນ​ແຕ່ໄດ້​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ນັບ​ແຕ່​ປີ 2011 ເປັນ​ຕົ້ນ​ມາ.

​ໃນ​ກອງ​ປະ​ຊຸມ​ທາງວິ​ດີ​ໂອ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 21 ມັງ​ກອນ​ນີ້, ທ່ານ ຈຸລິນ ລັກສະນະວິສິດ ຮອງນາຍົກລັດຖະມົນຕີທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ໄທກ່າວ​ວ່າ: ລັດ​ຖະ​ບານ​ແລະ​ພາກ​ສ່ວນ​ເອ​ກະ​ຊົນ​ໄດ້​ຮ່ວມ​ມື​ກັນ, ​ເສດ​ຖະ​ກິດ​ຂອງຄູ່​ການ​ຄ້າ​ສຳ​ຄັນ​ຟື້ນ​ຕົວ​ຄືນ​ໃໝ່, ​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດໃນ​ທົ່ວ​ໂລກ​ໄດ້ຂະ​ຫຍາຍ​ຕົວ​​ແລະ​ອື່ນໆ​ແມ່ນປັດ​ໄຈ​ສຳ​ຄັນ​ທີ່​ເຮັດ​ໃຫ້​ການ​​ຄ້າຂາ​ເຂົ້າ​ຂາ​ອອກ​ຂອງ​ໄທ​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ.

ປີ 2021, ຈີນ​ສືບ​ຕໍ່​ເປັນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ໄທ, ​ຂະ​ນະ​ທີ່ຍີ່​ປຸ່ນ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ທີ​ສອງ​, ​ແລະທີ​ສາມ​ແມ່ນ​ອາ​ເມ​ຣິ​ກາ.

ຄຳ​ເຫັນ

0