何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ວຸດ​ຍຸດ​ໂທ​ປະ​ກອນງວດ​ທີ2 ຂອງອ​າ​ເມ​ຣິ​ກາ​ໄດ້​ສົ່ງ​ໄປ​ເຖິງ​ອູແກ​ຣນ​ແລ້ວ

2022-01-24 16:38:54 CRI

 

ວັນ​ທີ 23 ມັງ​ກອນ​ນີ້, ທ່ານ​ອາ​ເລັກ​ເຊ ເຣັ​ສ​ນີ​ກົ​ຟ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​​ອູ​ແກ​ຣນ​ໄດ້​ຢືນ​ຢັນ​ວ່າ, ​ອາ​ວຸດ​ຍຸດ​ໂທ​ປະ​ກອນ​ດ້ານ​ການ​ທະ​ຫານງວດ​ທີ2 ຂອງອ​າ​ເມ​ຣິ​ກາ​ໄດ້​ສົ່ງ​ໄປ​ຮອດນະ​ຄອນຫຼວງ​ກີ​ແອບປະ​ເທດ​​ອູ​ແກ​ຣນ​ແລ້ວ.

ນອກ​ນີ້, ອາ​ເມ​ຣິ​ກາ​ໄດ້​ອະ​ນຸ​ຍາດ​ໃຫ້​ປະ​ເທດ​ຄູ່​ຮ່ວມ​ມື ແລະ ປະ​ເທດ​ພັນ​ທະ​ມິດ​ສາ​ມາດ​ນຳ​ເອົາ​ອາ​ວຸດ​ທີ່​ອາ​ເມ​ຣິ​ກາ​ຜະ​ລິດ​ຈາກ​ຄັງ​ອາ​ວຸດ​ປະ​ເທດ​ທີ​ສາມ​ສົ່ງ​ໄປ​ໃຫ້​ອູ​ແກ​ຣນ​ນຳ​ໃຊ້​ໄດ້.

ຫວ່າງ​ມໍ່ໆ​ມາ​ນີ້, ປະ​ເທດ​ຕາ​ເວັນ​ຕົກ​ໄດ້​ໂຄ​ສະ​ນາ​ຢ່າງ​ບໍ່​ຢຸດ​ຢັ້ງ​ວ່າ, ຣັດ​ເຊ​ຍ​ໄດ້​ເຕົ້າ​ໂຮມ​ກຳ​ລັງ​ທະ​ຫານ​ຢ່າງຫຼວງຫຼາຍ​ຢູ່​ຕາມຊາຍ​ແດນ​ລະ​ຫວ່າງ​ຣັດ​ເຊຍ ແລະ​ອູ​ແກ​ຣນ ແລະ ​ມີເຈ​ຕະ​ນາ​​ຈະ​ບຸກ​ຍຶດ​ອູ​ແກ​ຣນ​; ແຕ່​ຣັດ​ເຊຍ​ໄດ້​ປະ​ຕິ​ເສດ​ຢ່າງ​ເດັດ​ຂາດ, ແລະ​ກ່າວ​ເນັ້ນ​ໜັກ​ມາຫຼາຍ​ເທື່ອ​ແລ້ວ​ວ່າ, ສະ​ຖາ​ນະ​ການ​ຊຸດ​ໂຊມ​ລົງ​​ເປັນຍ້ອນ​ວ່າ ກຸ່ມ​ນາ​ໂຕ​ໄດ້​ແຊກ​ຊຶມ​ເຂົ້າ​ຊ່ອງ​ໂຫວ່ດ້ານ​ຄວາມ​ໝັ້ນ​ຄົງ​ຂອງ​ຣັດ​ເຊຍ​ຢ່າງ​ບໍ່​ຢຸດ​ຢັ້ງ.

 

ຄຳ​ເຫັນ

0