覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເປຣູໄດ້ປະກາດພາວະສຸກເສີນຢູ່ເຂດແຄວ້ນທີ່ສິ່ງແວດລ້ອມປົນເປື້ອນນ້ຳມັນດິບ

2022-01-24 10:57:48 cri

ເປຣູໄດ້ປະກາດພາວະສຸກເສີນຢູ່ເຂດແຄວ້ນທີ່ສິ່ງແວດລ້ອມປົນເປື້ອນນ້ຳມັນດິບ_fororder_秘魯漏油
 

ວັນທີ 22 ມັງກອນນີ້, ກະຊວງສິ່ງແວດລ້ອມຂອງເປຣູໄດ້ອອກຖະແຫຼງການ ວ່າ:  “ເນື່ອງຈາກໂຮງກັ່ນນ້ຳມັນແຫ່ງໜຶ່ງເກີດເຫດນ້ຳມັນດິບຮົ່ວໄຫຼ, ເຂດ ແຂວ້ນທີ່ມີສິ່ງແວດລ້ອມປົນເປື້ອນນ້ຳມັນຢູ່ປະເທດຕົນໄດປະກາດພາວະສຸກເສີນເປັນເວລາ 90 ວັນ ເຊິ່ງເລີ່ມແຕ່ວັນທີ 22 ມັງກອນນີ້ເປັນຕົ້ນໄປ.”
 

  ຖະແຫຼງການຍັງລະບຸວ່າ: ເຫດການຄັ້ງນີ້ໄດ້ເປັນໄພຂົ່ມຂູ່ຢ່າງໜັກ ໜ່ວງຕໍ່ຊີວະນານາພັນຂອງທ້ອງຖິ່ນ, ທັງເປັນຄວາມສ່ຽງຕໍ່ສຸຂະພາບຂອງ ປະຊາຊົນຢ່າງສູງ. ຖະແຫຼງການບໍ່ໄດ້ລະບຸເຂດແຄວ້ນທີ່ມີນ້ຳມັນປົນເປື້ອນຈາກ ເຫດການນ້ຳມັນດິບຮົ່ວໄຫຼຢ່າງລະອຽດ.
 

ນອກນີ້,ຕາມຖະແຫຼງການຂອງອົງການອະນຸລັກທຳມະຊາດເປຣູກໍໄດ້ຢືນຢັນແລ້ວວ່າ: ຢູ່ເຂດທະເລ, ຫາດຊາຍທະເລຢູ່ແຫ່ງຕ່າງໆ ເຊັ່ນ:ນະຄອນຫຼວງລີມາ ພ້ອມດ້ວຍເມືອງຄາອາໂອ ເມືອງທ່າກຳປ່ັນທີ່ຢູ່ໃກ້ຄຽງ ໄດ້ພົບເຫັນຄາບນ້ຳມັນດິບທີ່ຮົ່ວໄຫຼ. ສື່ມວນຊົນເປຣູໄດ້ລາຍງານວ່າ: ເນື້ອທີ່ເຂດ ທະເລທມີນ້ຳມັນດິບປົນເປື້ອນມີເກືອບ 174 ເຮັກຕາ.
 

 ວັນທີ 15 ມັງກອນນີ້, ກຳປັ່ນນ້ຳມັນລຳໜຶ່ງໃນເວລາຄ່ຽນຖ່າຍນ້ຳມັນ ໃຫ້ໂຮງກັ່ນນ້ຳມັນຂອງບໍລິສັດເຣັບໂຊປະເທດແອັສປາຍທີ່ຕັ້ງຢູ່ເມືອງຄາອາໂອ ນັ້ນ, ໄດ້ເກີດອຸບັດເຫດນ້ຳມັນດິບປະມານ 6.000 ບາເຣວຮົ່ວໄຫຼ. ບໍລິສັດເຣັບ ໂຊໄດ້ອ້າງວ່າ: ພາຍຫຼັງປະເທດຕົງກາ ປະເທດເກາະດອນປາຊີຟິກໃຕ້ເກີດເຫດ ພູເຂົາໄຟລະເບີດແລ້ວ, ຢູ່ແຄມຝັ່ງທະເລເປຣູໄດ້ເກີດມີຄື້ນທະເລທີ່ຜິດປົກກະຕິ ເຊິ່ງເປັນສາເຫດພາໃຫ້ເກີດເຫດໃນຄັ້ງນີ້.

ຄຳ​ເຫັນ

0