ນາຍົກ​ຈີນ​ກ່າວ​ວ່າ​ສາຍ​ພົວພັນ​ຈີນ-ອົສຕຣາລີ​ແໜ້ນ​​ແຟ້ນທີ່​ສຸດ
2017-03-24 16:52:44  cri 

ຕອນ​ທ່ຽງ​ວັນ​ທີ 23 ມີນາ​ນີ້ ຕາມ​ເວລາ​ທ້ອງ​ຖິ່ນ, ທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ໄດ້​ກ່າວ​ປາ​ໄສ​ໃນ​ງານ​ລ້ຽງ​ຮັບຮອງ​​ໂດຍ​ທ່ານ ມາ​ຄອມ ​ເຕີນ​ບູນ  ນາຍົກລັດຖະມົນຕີອົສຕຣາລີ​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ​ຢູ່​ຫໍ​ສະພາ​ແຄມ​​ເບີຣາດ້ວຍ​ການ​ຢືນຢັນ​ວ່າ ສາຍ​ພົວພັນ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ຈີນ-ອົສຕຣາລີ​ແໜ້ນ​​ແຟ້ນທີ່​ສຸດ​ແລະໃນ​ການ​ຢ້ຽມຢາມຂອງ​ຂ້າພະ​ເຈົ້າ​ເທື່ອ​ນີ້​ ​ກໍ​ເພື່ອ​ຊຸກຍູ້​ການ​ຄ້າ​ເສລີ, ສົ່ງ​ເສີມສະຖຽນລະ​ພາບ​ແລະ​ສັນຕິພາບ​ຂອງ​ພາກ​ພື້ນ ​ແລະເພື່ອສ້າງ​ຄວາມ​ເຄົາລົບລະຫວ່າງ​ສອງ​ປະ​ເທດດ້ວຍ​ກັນ, ທັງລົງ​ເລິກ​ການ​ຮ່ວມມື​ແລະ​ເພີ່ມ​ທະວີ​ການ​ແລກປ່ຽນ​ກໍ​ຄື​ຖອດ​ຖອນ​ບົດຮຽນໃນ​ດ້ານ​ອະລິ​ຍະ​ທຳຮ່ວມ​ກັນ.


ຂະນະ​ດຽວ​ກັນ, ຈີນກໍ​ຍຶດໝັ້ນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ທີ່​ເປັນ​ເອກ​ະລາດ,​ເປັນ​ເຈົ້າ​ຕົນ​ເອງ​ແລະ​ສັນຕິພາບ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ​ເຄົາລົບ​ທາງ​ເລື​ອກ​ດ້ານ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ອົສຕຣາລີທັງຍິນ​ດີ​ຮ່ວມ​ກັບ​ອົສຕຣາລີ​ສົ່ງ​ເສີມ​ອະລິຍະ​ທຳ​ຕ່າງໆ​ດ້ວຍ​ການຢູ່​ຮ່ວມ​ກັນ​ໂດຍ​ສັນຕິ, ຮັດ​ແໜ້ນ​ການ​ແລກປ່ຽນ​ດ້ານ​ວັດທະນະທຳ,​ເພີ່ມ​ທະວີ​ການ​ຮ່ວມ​ມື​​ດ້ານ​ການ​ສຶກສາ, ການ​ທ່ອງ​ທ່ຽວ,ກິລາ​ແລະອື່ນໆ ​ເພື່ອ​ສ້າງ​ອະນາຄົດ​ແຫ່ງ​ການ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ຈີນ-ອົສຕຣາລີ​ໃຫ້​ກວ້າງຂວາງ​ກວ່າ​ເກົ່າ.


ສະມາຊິກ​ສະພາ​ສູງ​ແລະ​ສະພາ​ຕ່ຳ​ອົສຕຣາລີ, ບຸກຄົນ​ໃນ​ວົງ​ການ​ທຸລະ​ກິດ,ວິທະຍາສາດ​ເຕັກ​ໂນ​ໂລ​ຊີ,ການ​ສຶກສາ​ແລະ​ອື່ນໆ​ພ້ອມ​ດ້ວຍ​ທູຕານຸທູດ​ປະ​ເທດ​ຕ່າງໆ​ປະຈຳ​ອົສຕຣາລີ 400 ກວ່າ​ທ່ານ​ໄດ້​ເຂົ້າ​ຮ່ວມ​ງານ​ລ້ຽງ​ດັ່ງກ່າວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ