ເຈົ້າໜ້າ​ທີ່​ໄອ​ຍະ​ການ ສ.​ເກົາຫຼີຮ້ອງຂໍ​ໃຫ້​ຈັບ​ນາງ​ປັກ​ກຸນ​ເຮ
2017-03-27 17:33:00  cri 

​ເຈົ້າໜ້າ​ທີ່​ໄອ​ຍະ​ການ ສ.​ເກົາຫຼີ ​ໄດ້​ຕົກລົງ​ໃນ​ວັນ​ທີ 27 ມີນາ​ນີ້ ​ໂດຍ​ຮ້ອງ​ຂໍ​ຕໍ່​ສານ​ໃຫ້​ຈັບ​ນາງ​ປັກ​ກຸນ​ເຮ ອະດີດ​ປະທານາທິບໍດີ, ຂະນະ​ທີ່​ສານ​​ຈະ​ຕົກ​ລົງ​ອະນຸມັດ​ຫຼືບໍ່ອາດ​ຈະ​ຮູ້​ໃນ​ມໍ່ໆ​ນີ້.

​ເຈົ້າໜ້າ​ທີ່​​ໄອ​ຍະ​ການ​ເຫັນ​ວ່າ, ນາງ​ປັກ​ກຸນ​ເຮ​ຖືກ​ສົງ​ໄສ​ໃຊ້​ສິດ​ອຳນາດ​ປະທານາທິບໍດີ​ໃນ​ທາງ​ທີ່​ບໍ່​ຖືກຕ້ອງ, ຮັບ​ສິນ​ບົນ​ຈາກ​ວິ​ສາ​ຫະກິດ, ​ເຮັດ​ໃຫ້​ເສຍ​ຄວາມ​ລັບ​, ປະຕິ​ເສດ​ບໍ່​ຮັບການ​ກະທຳ​ຄວາມ​ຜິດ​ສ່ວນ​ໃຫຍ່ ທັງ​ຖືກສົງ​ໄສ​ໄດ້​ທຳລາຍຫຼັກຖານ​. ຫຼັງຄົ້ນຄວ້າ​ພິຈາລະນາ​ເນື້ອ​ໃນ​ການ​ສືບສວນ-ສອບ​ສວນ​​ນາງ​ປັກ​ກຸນ​ເຮ​ຂອງ​ເຈົ້າໜ້າ​ທີ່​ໄອ​ຍະ​ການ​ແລະ​ຄະນະ​ສືບສວນ​ພິ​ເສດ​ຢ່າງ​ລະອຽດ ທັງ​ພິຈາລະນາ​ຜົນ​ການ​ສືບສວນ​​ແບບ​ເຊິ່ງໜ້າ​ກ່ອນ​ໜ້າ​ນີ້​ແລ້ວ, ​ເຈົ້າໜ້າ​ທີ່​ໄອ​ຍະ​ການ​ຈຶ່ງ​ໄດ້​ຕົກລົງ​ຮ້ອງ​ຂໍ​​ໃບໝາຍຈັບ​ນາງ​ປັກ​ກຸນ​ເຮຕໍ່​ສານ​​.

ສານ​ລັດຖະທຳ​ມະນູນ ສ.​ເກົາຫຼີ ​ໄດ້​ມີ​ມະຕິ​ຮັບຮອງ​ຄະດີ​ຖອດ​ຖອນ​ນາງ​ປັກ​ກຸນ​ເຮອອກ​ຈາກ​ຕຳ​ແໜ່​ງປະທານາທິບໍດີ​ເມື່ອ​ວັນ​ທີ 10 ມີນາ​ນີ້, ສົ່ງ​ຜົນ​ເຮັດ​ໃຫ້​ນາງ​ປັກ​ກຸນ​ເຮ​ກາຍ​ເປັນ​ປະທານາທິບໍດີ​ຄົນ​ທຳ​ອິດ​ທີ່​ຖືກ​ຖອດ​ຖອນ​ອອກ​ຈາກ​ຕຳ​ແໜ່​ງ​ໃນ​ປະຫວັດສາດ ສ.​ເກົາຫຼີ ​ແລະເສຍ​ອະພິຊິດ​ທາງ​ກົດໝາຍອີກ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ