ອົງການ​ສະຫະ​ປະຊາ​ຊາດ​ປະນາມ​ເຫດການອາສາ​ສະໝັກ​ກູ້​ໄພ 6 ຄົນ​ທີ່ເສຍ​ຊີ​ວິດ​ໃນ​ຊູ​ດັງ​ໃຕ້
2017-03-27 16:39:10  cri 
ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວ່າ: ວັນ​ທີ 26 ມີນານີ້, ທ່ານEugene Owusu ຜູ້​ປະສານ​ງານ​ວຽກ​ງານມະນຸດສະທຳ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ປະຈຳ​ຢູ່​ຊູ​ດັງ​ໃຕ້​ໄດ້ອອກ​ຖະ​ແຫຼ​ງການປະນາມ​ເຫດການ​ອາສາ​ສະໝັກ​ກູ້​​ໄພ 6 ຄົນ​ທີ່ເສຍ​ຊີວິດ​ໃນ​ຂະນະເດີນທາງ​​ຈາກ​ນະຄອນຫຼວງ​ໂຈ​ບາໄປເມືອງພາກ​ຕາ​ເວັນ​ອອກ​ໂປ​ບໍ.

ທ່ານ​ກ່າວ​ວ່າ: ການ​ໂຈມ​ຕີ​ນີ້​ບໍ່​ພຽງ​ແຕ່​ທຳລາຍ​ຊີ​ວິດ​ຂອງ​ອາສາ​ສະໝັກ​ກູ້​ໄພເທົ່າ​ນັ້ນ, ຫາກ​ຍັງ​ຂົ່ມຂູ່​ຕໍ່ຊີວິດ​ຂອງ​ຄົນ​ຊູ​ດັງ​ໃຕ້​ຫຼາຍ​ພັນຫຼາຍ​ໝື່ນ​ທີ່​​ອາ​ໄສ​ການ​ຊ່ວຍ​ເຫຼືອ​ຂອງ​ໂລກຕື່ມອີກ.

​ຖະ​ແຫຼ​ງການ​ດັ່ງກ່າວ​ລະ​ບຸ​ວ່າ: ​ນັບແຕ່​ເດືອນ​ທັນ​ວາປີ 2013 ​ເຖິງ​ປັດຈຸບັນ​, ມີ​ອາສາ​ສະໝັກ​ກູ້​ໄພຢ່າງ​ໜ້ອຍ 79 ຄົນ​ເສຍ​ຊີວິດ​ຢູ່​ຊູ​ດັງ​ໃຕ້, ​ໃນ​ນັ້ນ, ມີ​ 12 ຄົນ​ເສຍ​ຊີວິດ​ ​ແລະ 8 ຄະນະ​ກູ້​ໄພ​ແບບ​ມະນຸດສະທຳ​ຖືກ​ໂຈ​ມຕີ​ໃນ​ປີ 2017.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ