ຍອດມູນຄ່າການຄ້າລະຫວ່າງຈີນກັບປະເທດຢູ່ຕາມ "ໜຶ່ງແລວທາງໜຶ່ງເສັ້ນທາງ" ບັນລຸເກືອບ 1 ພັນຕື້ໂດລາສະຫະລັດ
2017-03-27 15:22:15 cri
ບົດລາຍງານປະຈຳປີ 2017 ກ່ຽວກັບການຮ່ວມມືດ້ານການຄ້າລະຫວ່າງຈີນກັບປະເທດຢູ່ຕາມ "ໜຶ່ງແລວທາງໜຶ່ງເສັ້ນທາງ" ສະບັບທຳອິດທີ່ເຜີຍແຜ່ໃນມໍ່ໆນີ້ ໄດ້ສະແດງໃຫ້ເຫັນວ່າ, ຍອດມູນຄ່າການຄ້າລະຫວ່າງຈີນກັບປະເທດຢູ່ຕາມ "ໜຶ່ງແລວທາງໜຶ່ງເສັ້ນທາງ" ໃນປີ 2016 ບັນລຸເຖິງ 953 ຕື້ 590 ລ້ານໂດລາສະຫະລັດ ເຊິ່ງກວມເອົາ 25,7% ຂອງຍອດມູນຄ່າການຄ້າກັບຕ່າງປະເທດຂອງຈີນ ແລະເພີ່ມຂຶ້ນ 0,4% ເມື່ອທຽບໃສ່ປີ 2015. ທັງນີ້ເມື່ອສັງເກດຈາກຕະຫຼາດການຄ້າແລ້ວເຫັນວ່າ, ອາຊີຕາເວັນອອກສຽງໃຕ້ຍັງແມ່ນຈຸດໝາຍປາຍທາງຂອງການສົ່ງອອກ ແລະນຳເຂົ້າທີ່ໃຫຍ່ທີ່ສຸດຂອງຈີນ ໃນນັ້ນຫວຽດນາມໄດ້ລື່ນມາເລເຊຍແລະກາຍມາເປັນຄູ່ການຄ້າໃຫຍ່ທີ່ສຸດຂອງຈີນໃນບັນດາປະເທດຢູ່ຕາມ "ໜຶ່ງແລວທາງໜຶ່ງເສັ້ນທາງ".