​ນາຍົກ​ຈີນ​ໄດ້ຂຽນ​ບົດ​ຄວາມ​ລົງ​​ໃນ​ສື່​ມວນ​ຊົນ​ນູ​ແວນ​ຊີ​ລັງ
2017-03-27 16:30:21  cri 
ຕາມ​ຂ່າວສານ​ຊິນ​ຮວາ: ທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ໄດ້ຂຽນບົດ​ຄວາມ​​ທີ່​ພາດ​ຫົວ​ "ພະຍາຍາມ​ສ້າງ​ຜົນງານ​ໃໝ່​ໃນ​ການ​ຮ່ວມ​ມື​ໄມຕີ​ຈິດ​ຈີນ-ນູ​ແວນ​ຊີ​ລັງ" ​ໃນ​ໜັງສືພິມ "New Zealand Herald" ສະບັບ​ວັນ​ທີ 27 ມີນາ​ຂອງ​ນູ​ແວນ​ຊີ​ລັງ.

ບົດ​ຄວາມີ​ເນື້ອ​ໃນ​ວ່າ, ປີ​ນີ້​​ເປັນ​ປີ​ຄົບຮອບ 45 ປີ​ໃນ​ການ​ສ້າງສາ​ຍສຳພັນ​ທາງ​ການ​ທູດ​ລະຫວ່າງ​ຈີນ-ນູ​ແວນ​ຊີ​ລັງ​, ຂ້າພະ​ເຈົ້າ​ມີ​ຄວາມປາຖະໜາ​ເປັນ​ຢ່າງ​ຍິ່ງ​ໃນ​ການຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ ​ແລະ​ຍົກ​ລະດັບ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ. ​ໃນ​ຫຼາຍ​ປີ​ມໍ່ໆ​ມາ​ນີ້, ສາຍ​ພົວພັນ​ຈີນ-ນູ​ແວນ​ຊີ​ລັງ​ໄດ້​ຈັດຢູ່​ແຖວ​ໜ້າ​ໃນ​ສາຍ​ພົວພັນ​ລະຫວ່າງ​ຈີນ​ກັບປະ​ເທດ​ຕາ​ເວັນ​ຕົກ. ຂະນະ​ທີ່ 45 ປີຜ່ານ​ມາ​, ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ກ້າວ​ຂຶ້ນ​ສູ່​ລະດັບ​ສູງ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ. ນັບ​ແຕ່​ຈີນ​ແລະ​ນູ​ແວນ​ຊີ​ລັງ​ເຊັນ​ສັນຍາ​ການ​ຄ້າ​ເສລີ 8 ປີ​ມາ​ນີ້, ຍອດ​ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ເພີ່ມ​ຂຶ້ນ​ເກືອບ 3 ​ເທົ່າ. ​ແນວ​ໃດ​ກໍ​ດີ ​ເຖິງ​ວ່າ​ຈີນ​ເສຍປຽບ​ດຸນ​ການ​ຄ້າ​ກັບ​ນູ​ແວນ​ຊີ​ລັງ, ​ແຕ່​ພວກ​ເຮົາ​ຍັງຕ້ອງການ​ເປີດ​ກວ້າງ​ຕະຫຼາດ​ສອງ​ຕໍ່​ສອງ​ອີກ ​ໃນ​ໂອກາດ​ການ​ເຈລະຈາ​ຍົກ​ລະດັບ​ສັນຍາ​ການ​ຄ້າ​ເສລີ.

ອາ​ລິ​ຍະ​ທຳ​ຈີນ​ສົ່ງ​ເສີມ​ເປີດ​ປະຕູ​ແບບ​ໂອບອ້ອມ​ອາລີ ​ແລະ​ອາ​ລິ​ຍະ​ທຳ​ນູ​ແວນ​ຊີ​ລັງ​ມີ​ຫຼາກ​ຫຼາຍ​ສີສັນ​ແລະ​ເຕັມ​ໄປ​ດ້ວຍ​ພະລັງ​ຊີວິດ ​ເຊິ່ງຈີນ​ແລະ​ນູ​ແວນ​ຊີ​ລັງ​ຄວນ​ຮ່ວມ​ກັນ​ສົ່ງ​ເສີມ​ໂລກ ​ ​ແລະ​ວັດທະນະທຳ​ທີ່​ມີ​ຫຼາກຫຼາຍ​ສີສັນ, ທັງຮ່ວມ​ກັນ​ເພີ່ມ​ສີສັນ ​ແລະ​ຄວາມ​​ໂດດເດັ່ນ​ໃຫ້​ແກ່​ການ​ພັດທະນາ​ອາ​ລິ​ຍະ​ທຳ​ຂອງ​​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ