ປາ​ກິ​ສະຖານ​ຕັ້ງສະ​ຖາ​ບັນ​ຜູ້​ຊົງ​ຄຸນ​ວຸດ​ທິ​​ເພື່ອ​ສ້າງ​ຄວາມ​ສາມາດ​ຂອງ​ແລວ​ທາງ​ເສດຖະກິດ​ຈີນ-ປາ​ກີ​ສະຖານ​
2017-03-28 10:58:26  cri 
ພິທີ​ສ້າງ​ຕັ້ງ​ສູນ​ເສີມ​ສ້າງ​ຄວາມ​ສາມາດ​ແລວ​ທາງ​ເສດຖະກິດ​ຈີນ-ປາ​ກິ​ສະຖານ​ ​ເຊິ່ງ​ເປັນ​ສະ​ຖາ​ບັນ​ຜູ້​ຊົງ​ຄຸນ​ວຸດ​ທິທາງ​ການ​ແຫ່ງ​ທຳ​ອິດ​ຂອງ​ປາ​ກິ​ສະຖານ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ຢູ່​ນະຄອນຫຼວງ​ອິສລາມາ​ບັດປະ​ເທດ​ດັ່ງກ່າວ​ໃນ​ວັນ​ທີ 27 ມີນາ​ນີ້​ເພື່ອ​ເນັ້ນສຶກສາ​ຄົ້ນຄວ້າ​ການ​ກໍ່ສ້າງ​ແລວ​ທາງ​ເສດຖະກິດ​ຈີນ-ປາ​ກິ​ສະຖານ.

ທ່ານ​ຊຸນ​ເວິ້ຍຕຸ່ງ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ປາ​ກິ​ສະຖານ​ຢືນຢັນ​ວ່າ ​​ແລວ​ທາງ​ເສດຖະກິດ​ຈີນ-ປາ​ກິ​ສະຖານ​ຈະ​ຊ່ວຍ​ປາ​ກິ​ສະຖານ​ບັນລຸ​ການ​ພັດທະນາ​ເສດຖະກິດ​ໃຫ້​ກ້າວໜ້າ​ທັງ​ຈະ​ສາມາດ​ແກ້​ໄຂ​ບັນຫາ​ການ​ຂາດ​ເຂີນ​ພະລັງງານ.ທີ່​ສຳຄັນ​ເພື່ອສົ່ງ​ເສີມ​ການ​ເຊື່ອມ​ຈອດ​, ລຶບລ້າງ​ຊ່ອງ​ທາງ​ຂໍ້​ມູນ​ຂ່າວສານ​ແລະ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ຫຼາຍ​ກວ່າ​ເກົ່າ ​ຈາກ​ນີ້ເຊື່ອ​ໝັ້ນດ້ວຍ​ການຫວັງ​ວ່າ ສະ​ຖາ​ບັນ​ຜູ້​ຊົງ​ຄຸນ​ວຸດ​ທິ​ດັ່ງກ່າວ​ຈະ​ສາມາດ​ເຊື່ອມ​ໂຍງ​ເຂົ້າ​ໃນ​ການ​ກໍ່ສ້າງ​ແລວ​ທາງ​ເສດຖະກິດ​ຈີນ-ປາ​ກິ​ສະຖານ​​ໄດ້ດີ ​ແລະ​ຮັບ​ໃຊ້​ຄວາມ​ຮຽກຮ້ອງ​ຕ້ອງການ​​ໃນ​ການ​ພັດທະນາ​​ແລວ​ທາງ​ເສດຖະກິດ ທັງ​ປະກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ວິວາຫະ​ກິດ​ແລະ​ສ່ວນ​ບຸກຄົນ​ຂອງ​ປາ​ກິ​ສະຖານ.

ທ່ານ​ເປີ​ເວັສ ຣາຊິດ ຜູ້​ອຳນວຍ​ການບໍລິ​ຫານ​ງານ​ສູນ​ເສີມ​ສ້າງ​ຄວາມ​ສາມາດ​ແລວ​ທາງ​ເສດຖະກິດ​ຈີນ-ປາ​ກິ​ສະຖານພ້ອມ​ດ້ວຍ​ນັກວິຊາການ,ຊ່ຽວຊານ​ຈຳນວນ​ໜຶ່ງ, ​ເຈົ້າ​ໜ້າ​ທີ່​ສະຖານທູດ​ຈີນ​ປະຈຳ​ປາ​ກິ​ສະຖານ, ບໍລິສັດ​ຈີນ​ພ້ອມ​ດ້ວຍ​ນັກ​ຂ່າວ​ເກືອບ​ຮ້ອຍ​ຄົນ​ໄດ້​ເຂົ້າຮ່ວມ​ພິທີ​ດັ່ງກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ