ຕັ້ງສູນ​ແລກປ່ຽນ​ວັດທະນະທຳ​ສາກົນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ຢູ່​ເມືອງ​ເສິງ​ຕູ່
2017-03-28 15:15:57  cri 
ພິທີນຳ​ສະ​ເໜີ​ໂຄງການ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ສຳລັບ​ແຂວງ​ເສ​ສວນ​ຈີນ​ແລະ​ສັບປະດາ​ແລກປ່ຽນ​ເສດຖະກິດ​ການ​ຄ້າ​ແລະ​ວັດທະນະທຳ​ອາຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ໄດ້​ຈັດ​ຂຶ້ນ​ຢູ່​ວິທະຍາ​ໄລ​ອາຊີວະ​ສຶກສາ​​ແຂວງ​ເສ​ສວນ​ໃນ​ວັນ​ທີ 24 ​ມີນາ​ນີ້ ທັງ​ໄດ້​ເປີດ​ປ້າຍ​ສູນ​ແລກປ່ຽນ​ວັດທະນະທຳ​ສາກົນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ຢ່າງ​ເປັນ​ທາງ​ການ.

​ໂອກາດ​ດັ່ງກ່າວ, ທ່ານ​ຊິວ​ເຊັນ​ປິງ ກົງສຸນ​ໃຫຍ່​ມາ​ເລ​ເຊຍ​ປະຈຳ​ຄຸນ​ມິ​ງ ​ແຂວງ​ຢຸນນານ​, ທ່ານ​ລູ້​ຜິ​ງ ຫົວໜ້າຫ້ອງການ​ຮ່ວມ​ມື​ເສດຖະກິດ​ກັບ​ຕ່າງປະ​ເທດ​ພ​ະ​ແນ​ກການ​ຄ້າ​ແຂວງ​ເສ​ສວນ, ທ່ານ​ຈິ້ງ​ຫົງ​ປິ່ນ ຮອງ​ອະທິການ​ບໍດີ​ວິທະຍາ​ໄລ​ອາຊີວະ​ສຶກສາ​ແຂວງ​​ເສ​ສວນ​ໄດ້​ຮ່ວມ​ກັນ​ເປີດ​ປ້າຍ​ສູນ​ແລກປ່ຽນ​ວັດ​ທະນະ​ທຳ​ສາກົນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ເຊິ່ງສູນ​ດັ່ງກ່າວ​ສ້າງ​ຂຶ້ນ​ພາຍ​ໃຕ້​ການ​ຮ່ວມ​ມື​ກະກຽມ​ຂອງ​ສູນ​ແລກປ່ຽນ​ວັດທະນະທຳ​ສາກົນ​ມາ​ເລ​ເຊຍ, ວິທະຍາ​ໄລ​ອາຊີວະ​ສຶກສາ​​ແຂວງ​ເສ​ສວນ​ແລະ​ສະພາ​ຮ່ວມ​ມື​ການ​ລົງທຶນ​ແລວ​ທາງ​ເສດຖະກິດ​ເສັ້ນທາງ​ສາຍ​ໄໝ​ແຂວງ​ເສ​ສວນ.

ທ່ານ​ຊິວ​ເຊັນ​ປິງ ກົງສຸນ​ໃຫຍ່​ມາ​ເລ​ເຊຍ​ປະຈຳ​ຄຸນ​ມິ​ງຢືນຢັນ​ໂດຍ​ຫວັງ​ໃຫ້​ສູນ​​ແລກປ່ຽນ​ວັດທະນະທຳ​ສາກົນ​ສ້າງ​ຕັ້ງ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່​ໝັ້ນ​ຄົງຍາວ​ນານບົນ​ພື້ນຖານ​ການຮ່ວມ​ມື ​ແລະ​ແລກປ່ຽນ​ກັນ​ຢ່າງກວ້າງຂວາງ​ກວ່າ​ເກົ່າ​ເພື່ອ​ບັນລຸ​​ເປົ້າ​ໝາຍຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ