ທະນາຄານ​ໂລກ​ຊົມ​ເຊີຍ​ຈີນ​ທີ່​ໄດ້ຍົກ​ສູງ​ຄຸນ​ນະພາ​ບການ​ເຕີບ​ໂຕ
2017-03-28 15:27:30  cri 

ທ່ານ​ນາງ ຄຣິສຕາ​ລີ​ນາ ​ເກ​ອໍ​ກີ​ວາ ຫົວໜ້າ​ຄະນະ​ບໍລິຫານ​ງານ​ທະນາຄານ​ໂລກ ​ໄດ້​ຢືນຢັນຫວ່າງ​ມໍ່ໆ​ມາ​ນີ້​ວ່າ ຈີນ​ພວມ​ສຸມ​​ໃສ່​ສ້າງ​ລະບົບ​ການ​ທະນາຄານ​​ໃຫ້​ເຂັ້ມ​ແຂງ​ແລະ​ປອດ​ໃສ​ຍິ່ງ​ຂຶ້ນ ​ເຊິ່ງຈະ​ມີ​ຜົນ​ດີ​ຕໍ່​​ເສດຖະກິດ​ທີ່​ເຕີບ​ໂຕຢ່າງ​ມີ​ຄຸນ​ນະພາ​ບສູງ.

ທ່ານ​ນາງ ​ເກ​ອໍກີ​ວາ ກ່າວ​ວ່າ: ​ໃນ​ຊຸມ​ປີຜ່ານມາ, ຈີນ​ໄດ້​ເພີ່ມ​ການ​ລົງທຶນ​​ໃສ່ການຄົ້ນຄວ້າ​ພັດທະນາ​ຢ່າງຫຼວງຫຼາຍ ​ໂດຍກວມ​ເອົາ​ 2% ​ຂອງ GDP ​ເຊິ່ງ​ເທົ່າ​ກັບລະດັບ​ສະ​ເລ່ຍຂອງ​ກຸ່ມ​ເສດຖະກິດ​ທີ່​ເປັນ​ສະມາຊິກອົງການ​ຮ່ວມ​ມື​ແລະ​ພັດທະນາ​ເສດຖະກິດ (OECD). ຂະນະ​ດຽວ​ກັນ, ທຶນ​ປະກອບທີ່​ນຳໃຊ້​ໃນ​ການຄົ້ນຄວ້າ​ພັດທະນາ​ຂອງ​ຈີນກໍ​​ປ່ຽນ​ແປງ​ຢ່າງ​ຫຼວງຫຼາຍ ​ໂດຍ​ປັດຈຸບັນ​ຢູ່​ຈີນ​ໄດ້ຄົ້ນຄວ້າ​ດ້ວຍ​ຄວາມປະດິດ​ສ້າງ​ໃໝ່ຫຼາຍຂຶ້ນກວ່າ​ເກົ່າ.

​​ແນ​ວ​ໃດ​ກໍ​ດີ, ໂດຍ​ປະ​ເຊີນ​ໜ້າ​ກັບ​ລັດທິ​​ປົກ​ປ້ອງ​ການ​ຄ້າທົ່ວ​ໂລກ​ໄດ້​ຟື້ນ​ຕົວ​ຂຶ້ນ, ທ່ານ​ນາງ​ເກ​ອໍ​ກີ​ວາ ກໍ​ໄດ້ກ່າວ​ວ່າ: ຈີນ​ໄດ້​ເປີດ​ປະຕູ​ຕະຫຼາດຕໍ່​ພາຍ​ນອກ​ເປັນ​ກ້າວໆມາ​ໂດຍຕະຫຼອດ, ຂະນະ​ທີ່​ຜູ້ນຳ​ຈີນ​​ໃຫ້​ຄຳໝັ້ນສັນຍາ​ຢ່າງ​ເດັດດ່ຽວຕໍ່ຂະ​ບວນການ​ເປີດ​ປະຕູສູ່ພາຍ​ນອກ​ຈະ​ສືບ​ຕໍ່​ຂະຫຍາຍຕົວ ​ແລະ​ເຮັດ​ໃຫ້​ຈີນ​ສາມາດ​ເຂົ້າຮ່ວມ​ແຂ່ງຂັນ​ໃນ​ສາກົນ​ຢ່າງ​ປອດ​ໃສ​ກວ່າ​ເກົ່າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ