ຈີນ​ເດັດດ່ຽວ​ຄັດຄ້ານ​ເຈົ້າໜ້າ​ທີ່​ຍີ່ປຸ່ນ​ຢ້ຽມຢາມ​ໄຕ້​ຫວັນ
2017-03-28 15:34:46  cri 

ທ່ານ​ນາງ​ຮວ້າຊຸ່ນຢິງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ໄດ້​ກ່າ​ວ​ໃນ​ພິທີ​ຖະ​ແຫຼງຂ່າວ​ໃນ​ວັນ​ທີ 27 ມີນາ​ນີ້​ວ່າ: ທ່ານ ຈີ​ໂຣະ ​ອາຄາ​ມະ ຮອງ​ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານ​ຍີ່ປຸ່ນ​ທີ່​ຢ້ຽມຢາມ​ໄຕ້​ຫວັນນັ້ນເປັນ​ການ​ຝ່າຝືນ​​ຄຳ​ໝັ້ນສັນຍາ​ຂອງ​ຕົນ​ທີ່​ຈະ​ຮັກສາ​ການ​ໄປມາຫາສູ່​ລະຫວ່າງ​ພື້ນ​ເມືອງ​ແລະ​ລັກສະນະ​ເຂດ​ແຄວ້ນ​ກັບ​ໄຕ້​ຫວັນຢ່າງ​ຈະ​ແຈ້ງ ​ທັງ​ຝ່າຝືນ​​​ເນື້ອ​ໃນຈິດ​ໃຈ​ເອກະສານການ​ເມືອງຈີນ-ຍີ່ປຸ່ນ 4 ສະບັບຢ່າງໜັກໜ່ວງ ​ແລະ​ຈາກ​ນີ້ ຈີນຈຶ່ງ​ເດັດດ່ຽວ​ຄັດຄ້ານ ​ແລະ​ໄດ້​ຕໍ່​ວ່າ​ທັກ​ທ້ວງ​​ຍີ່ປຸ່ນ​ຢ່າງ​ເຄັ່ງຂຶມ​ແລ້ວ.

ທ່ານ​ນາງ​ຮວ້າຊຸ່ນຢິງ ກ່າວ​ຕື່ມ​ວ່າ: ​ນັບແຕ່​ຕົ້ນປີ​ນີ້​​ເປັນຕົ້ນມາ, ຍີ່ປຸ່ນ​ໄດ້​ຮັບປາກ​ວ່າ​ຈະ​ເຄົາລົບ​ຄຳໝັ້ນສັນຍາ​ຂອງ​ຕົນຕໍ່​ບັນຫາ​ໄຕ້​ຫວັນ, ​ແຕ່​ການ​ກະທຳ​ຕົວ​ຈິງ​ພັດ​ເປັນ​ການ​ທ້າ​ທາຍ​ເກາະ​ຜິດ, ກໍ່​ເລື່ອງ​ມາ​ໂດຍ​ຕະຫຼອດ ​ເຊິ່ງ​ກະທົບ​ຕໍ່​ການ​ປັບປຸງສາຍ​ພົວພັນລະຫວ່າງ​ສອງ​ຝ່າຍ​ຢ່າງ​ໜັກໜ່ວງ. ຂ້າພະ​ເຈົ້າຕ້ອງ​ເນັ້ນວ່າ: ບັນຫາ​ໄຕ້​ຫວັນ​ແມ່ນ​ບັນຫາ​ທີ່​ກ່ຽວ​ພັນ​ເຖິງ​ຜົນ​ປະ​ໂຫຍ​ດ​ໃຈກາງ​ຂອງ​ຈີນ ທັງ​ເດັດດ່ຽວ​ບໍ່ຍອມ​ຕໍ່​ການ​ທ້າ​ທາຍ​ຕ່າງໆ. ຈາກ​ນີ້ ຍີ່ປຸ່ນ​ຄວນ​​ຮູ້​ເຖິງຄວາມ​ໜັກໜ່ວງ​ຂອງ​ບັນຫາ ​ທັງຢຸດ​ການ​ກະທຳໜ້າ​ໄຫວ້ຫຼັງຫຼອກ​ໃນ​ບັນຫາ​ໄຕ້​ຫວັນ ​ແລະ​ກ້າວ​​ໄປ​ຕາມ​ເສັ້ນທາງທີ່​ຜິດພາດ​ເລື້ອຍໆ.

ທັງ​ນີ້, ທ່ານ​ ນີ​ໂຣະ ອາຄາມະ ຮອງ​ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານ​ຍີ່ປຸ່ນ ​ໄດ້​ເດີນທາງ​ຢ້ຽມຢາມ​ໄຕ້​ຫວັນ ທັງ​ເຂົ້າຮ່ວມ​ງານໂຄສະນາ​ວັດທະນະທຳ​ຍີ່ປຸ່ນຢູ່​ເມືອງ​ໄຕ​ເປ ​ໃນ​ວັນ​ທີ 25 ມີນາ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ