ກົມໄປສະນີແຫ່ງຊາດຈີນໄດ້ເຜີຍແຜ່ບົດລາຍງານດັດຊະນີການພັດທະນາຂະແໜງການສົ່ງເມດ່ວນປະເທດຕົນປີ 2016 ໃນວັນທີ 28 ມີນານີ້ ໂດຍລະບຸວ່າ ປະລິມານການສົ່ງເມດ່ວນຂອງຈີນສືບຕໍ່ຢູ່ອັນດັບ 1 ຂອງໂລກ ໂດຍກວມກວ່າ 40% ແລະປະກອບສ່ວນຕໍ່ການເຕີບໂຕຂອງປະລິມານການສົ່ງເມດ່ວນໂລກເຖິງ 60%.
ທ່ານເກິງຢ້ຽນ ຜູ້ຮັບຜິດຊອບພະແນກການຄຸ້ມຄອງແລະຄົ້ນຄວ້າຕະຫຼາດ ສູນຄົ້ນຄວ້າພັດທະນາກົມໄປສະນີແຫ່ງຊາດຈີນ ກ່າວວ່າ: ການສົ່ງເມດ່ວນໄດ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ທັງໄດ້ເສີມຂະຫຍາຍບົດບາດທີ່ສຳຄັນໃນການບໍລິການການເຄື່ອນຍ້າຍອຸດສາຫະກຳພາຍໃນປະເທດ, ການເຮັດໃຫ້ຜະລິດຕະພັນກະສິກຳຈໍລະຈອນໄດ້ຢ່າງສະດວກ, ການຊຸກຍູ້ຄວາມສະເໝີພາບໃນການບໍລິໂພກ ແລະອື່ນໆ.