ທ່ານນາງຮວ້າຊຸ່ນຢິງ ໂຄສົກກະຊວງການຕ່າງປະເທດຈີນ ໄດ້ກ່າວໃນພິທີຖະແຫຼງຂ່າວໃນວັນທີ 27 ມີນານີ້ວ່າ: ທ່ານ ຈີໂຣະ ອາຄາມະ ຮອງຫົວໜ້າຫ້ອງວ່າການລັດຖະບານຍີ່ປຸ່ນທີ່ຢ້ຽມຢາມໄຕ້ຫວັນນັ້ນເປັນການຝ່າຝືນຄຳໝັ້ນສັນຍາຂອງຕົນທີ່ຈະຮັກສາການໄປມາຫາສູ່ລະຫວ່າງພື້ນເມືອງແລະລັກສະນະເຂດແຄວ້ນກັບໄຕ້ຫວັນຢ່າງຈະແຈ້ງ ທັງຝ່າຝືນເນື້ອໃນຈິດໃຈເອກະສານການເມືອງຈີນ-ຍີ່ປຸ່ນ 4 ສະບັບຢ່າງໜັກໜ່ວງ ແລະຈາກນີ້ ຈີນຈຶ່ງເດັດດ່ຽວຄັດຄ້ານ ແລະໄດ້ຕໍ່ວ່າທັກທ້ວງຍີ່ປຸ່ນຢ່າງເຄັ່ງຂຶມແລ້ວ.
ທ່ານນາງຮວ້າຊຸ່ນຢິງ ກ່າວຕື່ມວ່າ: ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ຍີ່ປຸ່ນໄດ້ຮັບປາກວ່າຈະເຄົາລົບຄຳໝັ້ນສັນຍາຂອງຕົນຕໍ່ບັນຫາໄຕ້ຫວັນ, ແຕ່ການກະທຳຕົວຈິງພັດເປັນການທ້າທາຍເກາະຜິດ, ກໍ່ເລື່ອງມາໂດຍຕະຫຼອດ ເຊິ່ງກະທົບຕໍ່ການປັບປຸງສາຍພົວພັນລະຫວ່າງສອງຝ່າຍຢ່າງໜັກໜ່ວງ. ຂ້າພະເຈົ້າຕ້ອງເນັ້ນວ່າ: ບັນຫາໄຕ້ຫວັນແມ່ນບັນຫາທີ່ກ່ຽວພັນເຖິງຜົນປະໂຫຍດໃຈກາງຂອງຈີນ ທັງເດັດດ່ຽວບໍ່ຍອມຕໍ່ການທ້າທາຍຕ່າງໆ. ຈາກນີ້ ຍີ່ປຸ່ນຄວນຮູ້ເຖິງຄວາມໜັກໜ່ວງຂອງບັນຫາ ທັງຢຸດການກະທຳໜ້າໄຫວ້ຫຼັງຫຼອກໃນບັນຫາໄຕ້ຫວັນ ແລະກ້າວໄປຕາມເສັ້ນທາງທີ່ຜິດພາດເລື້ອຍໆ.
ທັງນີ້, ທ່ານ ນີໂຣະ ອາຄາມະ ຮອງຫົວໜ້າຫ້ອງວ່າການລັດຖະບານຍີ່ປຸ່ນ ໄດ້ເດີນທາງຢ້ຽມຢາມໄຕ້ຫວັນ ທັງເຂົ້າຮ່ວມງານໂຄສະນາວັດທະນະທຳຍີ່ປຸ່ນຢູ່ເມືອງໄຕເປ ໃນວັນທີ 25 ມີນານີ້.