ການ​ຄ້າຂາຍ​ເຖື່ອນ​ຂ້າມຊາດ​ລະຫວ່າງ​ຈີນ-ຫວຽດນາມ​ນັບ​ມື້​ສະຫຼັບສັບຊ້ອນຂຶ້ນ
2017-03-28 16:31:27  cri 
ວັນ​ທີ 27 ມີນາ​ນີ້, ​ເຈົ້າ​ໜ້າ​ທີ່ດ່ານ​ພາສີ​ຕຸ່ງຊິ່ງຂອງ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈວ້າງກວາງຊີ​ຈີນ​ໄດ້​ໃຫ້​ຮູ້​ວ່າ: ​ເຖິງ​ວ່າ​ວິທີການ​ຄ້າຂາຍ​ເຖື່ອນ​ຂ້າມຊາດຕຸ່ງຊິ່ງຢູ່​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈວ້າງກວາງຊີ​ຈີນ​ຢູ່​ໃກ້​ແມ່​ນ້ຳ​ສາຍ​ໜຶ່ງ​ລະຫວ່າງ​ຈີນ-ຫວຽດນາມ​ນັບ​ມື້​ນັບ​​ສະຫຼັບ​ສັບ​ຊ້ອນ​ຂຶ້ນ​ກໍ​ຕາມ,​ແຕ່ຫວ່າງ​ມໍ່ໆ​ມາ​ນີ້ ​ເຈົ້າ​ໜ້າ​ທີ່​ພາສີ​ກໍ​ສາມາດ​ຄົ້ນ​ພົບ​ຄະດີຄ້າຂາຍ​ເຖື່ອນ​ດ້ວຍ​ຊ່ອງ​ທາງ​​ໄປສະນີ​ສອງ​ລາຍ​ຕິດ​ຕໍ່​ກັນ ​ເປັນ​ຕົ້ນ​ກວດ​ພົບ​ຢາສູບ​ຫຼາຍ​ຍີ່​ຫໍ້​ທີ່​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ການ​ຄ້າຂາຍ​ເຖື່ອນ 2.271 ​​ແກັດ, ນົມ​ຝຸ່ນ 90 ກະປ໋ອງ, ​ເຫຼົ້າ​ເຮັນ​ນິຊີ 100 ​ແກ້ວ, ​ເຊິ່ງມີ​ມູນ​ຄ່າ​ປະມານ 5 ​ແສນ 5 ໝື່ນ​ຢວນ ຫຼື ປະມານ 79.890 ​ໂດ​ລາ​ສະຫະລັດ.

ຜູ້​ຮັບຜິດຊອບ​ຂະ​ແໜງ​ການການ​ຄ້າຂາຍ​ເຖື່ອນ​ຂອງ​ດ່ານ​ພາສີ​ຕຸ່ງຊິ່ງ​ໃຫ້​ຮູ້​ວ່າ: ຈາກ​ການ​ປາບ​ປາມ​ຢ່າງ​ຕໍ່​ເນື່ອງ​ແລະ​ພາກສ່ວນ​ປະຕິບັດ​ກົດໝາຍ​ຕ່າງໆ​ໄດ້​ເນັ້ນ​ການ​ຄຸ້ມ​ຄອງ​ເປັນ​ຫຼັກ​ຈຶ່ງ​ເຮັດ​ໃຫ້ການ​ເຄື່ອນ​ໄຫວ​ຄ້າຂາຍ​ເຖື່ອນ​ແບບ​ຜິດ​ກົດໝາຍ​ຢູ່ເຂດ​ຂອງ​ຕົນ​ຈາກ​ເປັນ​ຂະ​ບວນການ​ໃຫຍ່​ຫັນ​ມາສູ່​ແບບ​ກະຈາຍແລະ​ອຳ​ພາງ​. ​ແນວ​ໃດ​ກໍ​ດີ​ສຳລັບ​ເປົ້າ​ໝາຍ​ຂອງໂຄງການທີ່​ປະສົມປະສານ​ໂດຍ​ສະ​ເພາະ​ຄື "ຄົມດາບ​ແຫ່ງ​ປະຕູ​ຂອງ​ປະ​ເທດ 2017 " ໃນ​ປີ​ນີ້, ຢາສູບ,​ເຫຼົ້າ​ແລະ​ສິນຄ້າ​ທີ່​ກ່ຽວ​ພັນ​ເຖິງ​ພາສີທີ່​ສຳຄັນ​ອື່ນໆຍັງ​​ຈະ​ເປັນ​ສິນຄ້າ​​ເປົ້າ​ໝາຍ​ທີ່​ຕ້ອງ​ໄດ້​ປາບ​ປາມ​ດັ່ງ​ຜ່ານ​ມາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ