ຫວຽດນາມ​ດຶງ​ດູດ​ທຶນຕ່າງປະ​ເທດ​​ໄດ້ຫຼາຍ​ກວ່າ 300 ຕື້​ໂດ​ລາ​ສະຫະລັດ
2017-03-28 16:33:00  cri 
ໜັງສືພິມ​​ເສດຖະກິດ​ຫວຽດນາມ​ລາຍ​ວັນ​ລາຍ​ງານໃນ​ວັນ​ທີ 27 ມີນາ​ນີ້​ວ່າ:ສະຖິຕິ​ຫຼ້າ​ສຸດ​ຈາກກົມ​ລົງທຶນ​ຕ່າງປະ​ເທດຂອງ​ກະຊວງ​ແຜນການ​​ແລະ​ການ​ລົງທຶນ​ຫວຽດນາມ​ສະ​ແດງ​ໃຫ້​ເຫັນ​ວ່າ: ​ມາ​ຮອດ​ວັນ​ທີ 20 ມີນາ​ນີ້, ໂຄງການ​ທຶນ​ຕ່າງປະ​ເທດ​ທີ່​ມີ​ປະສິດທິ​ຜົນ​ຢູ່​ປະ​ເທດ​ຕົນມີ​ເຖິງ 23.071 ​ໂຄງການ ​ໂດຍ​ມີຍອດ​ມູນ​ຄ່າ​ການ​ລົງທຶນຕາມ​ສັນຍາເຖິງ 300 ຕື້ 700 ລ້ານ​ໂດ​ລາ​ສະຫະລັດ ​ແລະ​ການ​ລົງທຶນທີ່​ໄດ້​ຮັບ​ການຈັດຕັ້ງ​ປະ​ຕິ​ບັດ​ຕົວຈິງ​ມີ​ເຖິງ 158 ຕື້ 450 ລ້ານ​ໂດ​ລາ​ສະຫະລັດ.

ຫວຽດນາມ​​ມີ 63 ​ແຂວງ​ແລະ​ນະຄອນ​​ໄດ້ຮັບ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ, ​ໃນ​ນີ້​ຢູ່​ນະຄອນ​ໂຮ່ຈີ​ມິ​ງມີ​ມູນ​ຄ່າ​ເຖິງ 45 ຕື້ 660 ລ້ານ​ໂດ​ລາ​ສະຫະລັດ ກວມ 15,1% ຂອງ​ຍອດ​ມູນ​ຄ່າການ​ລົງທຶນ​ທັງ​ໝົດ​​ແລະ​ເປັນອັນ​ດັບ 1 ຂອງ​ບັນດາ​ເມືອງ​ໃນ​ປະ​ເທດ​ດັ່ງກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ