ຊາວ​ອັກ​ຊັງ​ຕິນ​ຖ່າຍ​ວິ​ດີ​ໂອ​ທີ່​ປາວານ​ໄລ່​ຈັບ​ສິ​ງທະ​ເລ​ຢູ່​​​​ເຂດທະ​ເລ​ນ້ຳ​ຕື້ນ
2017-03-28 17:48:17  cri 



​ ​ມໍ່ໆ​ມາ​ນີ້, ມີ​ຊາວ​ອັກ​ຊັງ​ຕິນ​ໄດ້​ຖ່າຍ​ວິດີ​ໂອ​ຂະນະ​ປາວານ​ໄລ່​ຈັບ​ສິງທະ​ເລ​ຢູ່​ເຂດ​ທະ​ເລ​ນ້ຳ​ຕື້ນ​ໃນ​ເຂດ​ສະ​ຫງວນທຳ​ມະ​ຊາດ​ແຫຼມ​ວານ​ເດ​ສ໌ປະ​ເທດດັ່ງກ່າວ. ຫຼັງປາວານ​ໄດ້​ຕິດຕາມ​ສິງທະ​ເລ​ນ້ອຍ​ໂຕ​ໜຶ່ງ​ທີ່​ພວມ​ຮຽນ​ລອຍ​ນ້ຳ​ຢູ່ ​ນັ້ນ​ກໍ​ສວຍ​ສວບ​ສິງທະ​ເລ​​ບາດດຽວ​ຢ່າງ​ວ່ອງ​ໄວ ​ແລະ​ອີງ​ໃສ່​ຄວາມ​ແຮງຂອງ​ຟອງ​ທະ​ເລ​ແລ້ວມັນ​ຈິ່ງ​ຈະ​ກັບ​ຄືນ​​ເຂດ​ນ້ຳ​ເລິກ​ໄດ້. ​ແນວ​ໃດກໍ​ດີ​ໄດ້​ມີ​ການ​ແນະນຳ​ວ່າ, ວິທີ​ໄລ່ລ່າ​ແບບ​ນີ້​ອັນຕະລາຍ​ທີ່​ສຸດ, ຖ້າຕຶດຢູ່​ຫາດ​ຊາຍ, ປາວານ​ກໍຈະ​​​ບໍ່​ລອດ. ​ເຈົ້າ​ໜ້າ​ທີ່ເຂດ​ສະຫງວນ​ທຳ​ມະ​ຊາດ​ກ່າວ​ວ່າ ​ແຕ່ລະ​ປີ​ຄື​ແຕ່​ເດືອ​ນມີນາ ​ແລະ​ເມສາ​​ຈິ່ງ​ຈະ​ພົບ​ເຫັນ​ປາກົດການ​ແນວ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ