ພາຍຫຼັງທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນ ໄດ້ພົບປະເຈລະຈາກັບທ່ານບິວ ອິງກລິສ໌ ນາຍົກລັດຖະມົນຕີນູແວນຊີລັງໃນວັນທີ 27 ມີນານີ້ແລ້ວ, ນາຍົກລັດຖະມົນຕີສອງປະເທດກໍໄດ້ຮ່ວມກັນຖະແຫຼງວ່າ, ຈີນແລະນູແວນຊີລັງຈະເລີ່ມເຈລະຈາຍົກລະດັບສັນຍາການຄ້າເສລີລະຫວ່າງສອງປະເທດໃນໄວໆນີ້ ແລະໃນມື້ດຽວກັນ ສອງຝ່າຍກໍໄດ້ລົງນາມໃນເອກະສານຮ່ວມມື 9 ສະບັບ, ລວມທັງບົດບັນທຶກຄວາມເຂົ້າໃຈການຮ່ວມມື "ໜຶ່ງແລວທາງໜຶ່ງເສັ້ນທາງ" ເຊິ່ງເປັນປະເທດພັດທະນາປະເທດທຳອິດທີ່ໄດ້ເຊັນສັນຍາໃນລັກສະນະນີ້ກັບຈີນ.
ຈີນແລະນູແວນຊີລັງໄດ້ພົວພັນກັນບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດທີ່ແໜ້ນແຟ້ນ ແລະນູແວນຊີລັງກໍເປັນປະເທດຕາເວັນຕົກປະເທດທຳອິດທີ່ເຂົ້າຮ່ວມສ້າງຕັ້ງທະນາຄານລົງທຶນການກໍ່ສ້າງພື້ນຖານໂຄງລ່າງອາຊີ. ຂນະທີ່ປັດຈຸບັນ ກໍໄດ້ກາຍເປັນປະເທດພັດທະນາປະເທດທຳອິດທີ່ເລີ່ມເຈລະຈາຍົກລະດັບສັນຍາການຄ້າເສລີກັບຈີນ.
ປັດຈຸບັນ, ຈີນແລະນູແວນຊີລັງໄດ້ສ້າງສາຍພົວພັນເສດຖະກິດການຄ້າຮ່ວມກັນໄດ້ເປັນຢ່າງດີທັງໝັ້ນຄົງຍາວນານ ແລະຈັງຫວະການເຕີບໂຕຂອງມູນຄ່າການຄ້າສອງຝ່າຍໄດ້ລື່ນຈັງຫວະເຕີບໂຕຂອງເສດຖະກິດສອງປະເທດ. ການຢ້ຽມຢາມນູແວນຊີລັງຂອງທ່ານນາຍົກລັດຖະມົນຕີຈີນຄັ້ງນີ້ ໄດ້ເຮັດໃຫ້ສອງຝ່າຍເປັນເອກະພາບກັນສູງຕໍ່ການຍົກລະດັບສັນຍາການຄ້າເສລີ ເຊິ່ງຈະມີຜົນດີຕໍ່ການພັດທະນາການຄ້າລະຫວ່າງສອງປະເທດ ແລະສ້າງຄວາມຜາສຸກໃຫ້ແກ່ປະຊາຊົນສອງຊາດ.