​ຄະນະ​ລັດຖະບານ​ກຳປູ​ເຈຍ​ໄດ້​ຄົ້ນຄວ້າພິຈາລະນາ​ແລະ​ຜ່ານ ຮ່າງ"ກົດໝາຍ​ຊ່ວຍ​ເຫຼືອ​ການ​ຄ້າ"
2017-03-28 16:56:39  cri 
ຄະນະ​ລັດຖະບານ​ກຳປູ​ເຈຍ​ໄດ້​ຄົ້ນຄວ້າ​ພິຈາລະນາ​ແລະ​ຜ່ານ ຮ່າງ"ກົດໝາຍ​ຊ່ວຍ​ເຫຼືອ​ການ​ຄ້າ" ທີ່​ກະຊວງ​ການ​ຄ້າ​ສະ​ເໜີ ​ເຊິ່ງກົດໝາຍ​ສະບັບ​ນີ້​ທີ່ມີ 6 ພາກ ​ແລະ 44 ມາດຕາ ​ນັ້ນ​ກໍ​ເພື່ອ "​ຮັບປະກັນ" ​ໃຫ້​ແກ່​ນັກທຸລະກິດ​ປະ​ເທດ​ຕົນ, ບໍ່​ຖືກ​ປະ​ເທດ​ອື່ນ​ທຳລາຍ​ແລະ​ກີດ​ກັ້ນ​ອຸດສາຫະກຳ​ປະ​ເທດ​ຕົນ​ດ້ວຍ​ວິທີ​ແກ້ງ​​ແຍ້ງ​ທີ່​ບໍ່​ຍຸຕິ​ທຳ ທັງ​ເພື່ອ​ຮັບປະກັນ​ໃຫ້​ນັກ​ລົງທຶນ​ທັງ​ພາຍ​ໃນ​ແລະ​ຕ່າງປະ​ເທດ​ມີ​ຄວາມ​ໝັ້ນ​ໃຈ​ປະ​ເທດ​ຕົນຫຼາຍ​ຂຶ້ນ​.

ທ່ານ​ໄພ ສີ​ພັນ ​ເລຂາ​ລັດຖະກິດ​ຫ້ອງ​ວ່າການ​ລັດຖະບານ​ກຳປູ​ເຈຍ​ກ່າວ​ວ່າ, ຖ້າ "ກົດໝາຍ​ຊ່ວ​ຍ​ເຫຼືອ​ການ​ຄ້າ" ມີ​ຜົນ​ບັງຄັບ​ໃຊ້​, ກໍຈະ​ສາມາດ​ເກັບ "ພາສີ​ຕ້ານ​ການ​ຂາຍ​ເລ" ສິນ​ທີ່​ທີ່​ນຳ​ເຂົ້າ​ເຊິ່ງປາກົດ​ມີ​ໃຫ້​ເຫັນ​ຢູ່​ປະ​ເທດ​ຕົນ ​ແລະ​ລັດຖະບານ​ຈະ​ໃຊ້​ເງິນ​ເຫຼົ່ານີ້​ຊ່ວຍ​ເຫຼືອ​ອຸດສາຫະກຳ​ໄດ້​ຮັບ​ຜົນກະທົບ​. "ຄະນະ​ກຳມະການ​ຊ່ວຍ​ເຫຼືອ​ການ​ຄ້າ​ແຫ່ງ​ຊາດ" ທີ່​ສ້າງ​ຕັ້ງ​ຂຶ້ນ​ໃໝ່​ຈະ​ຮັບຜິດຊອບ​ຮັບ​ຄຳ​ຮ້ອງ​ຟ້ອງ​ຂອງ​ນັກ​ທຸລະ​ກິດ​ທັງ​ພາຍ​ໃນ​ແລະ​ຕ່າງປະ​ເທດ​ ​ເພື່ອ​ດຳ​ເນີນ​ການ​ກວດກາ ​ແລະ​ຕົກລົງ​ໃຊ້​ມາດ​ຕະການ​ລົງ​ໂທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ