ງານ​ວາງສະ​ແດງການຂຽນ​ງາມ​ "ໜຶ່ງ​ແລ​ວທາງ​ໜຶ່ງ​ເສັ້ນທາງ" ​ຢູ່​ອິນ​ໂດ​ເນ​ເຊຍ
2017-05-07 17:29:22  cri 


ຕອນ​ບ່າຍ​ວັນ​ທີ 6 ພຶດສະພາ​ນີ້, ບຸກຄົນ​ວົງ​ການຂຽນ​ງາມ​ຈາກ 39 ປະ​ເທດ​ເຊັ່ນ: ບັນດາ​ປະ​ເທ​ດ​ໃນອາ​ຊຽນພ້ອມ​ດ້ວຍຈີນ, ອາ​ເມ​ລິ​ກາ, ກາ​ນາ​ດາ​ແລະ​ເບຼຊິນ​​ເປັນ​ຕົ້ນ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ນະຄອນຫຼວງ​ຈາ​ກາ​ຕາ​ຂອງ​ອິນ​ໂດ​ເນ​ເຊຍ ​ເພື່ອ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ສະມາຄົມ​​ນັກ​ຂຽນ​ງາມຊາວ​ຕ່າງປະ​ເທດ​ເຊື້ອສາຍ​ຈີນຄັ້ງ​ທຳ​ອິດ​ຂອງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ແລະ ພິທີ​ສ້າ​ງຕັ້ງສະມາຄົມ​ນັກ​ຂຽນ​ງາ​ມຊາວ​ຕ່າງປະ​ເທດ​ເຊື້ອສາຍ​ຈີນ. ​ໂດຍ​ໄດ້​ວາງສະ​ແດງ​ຜົນງານ​ການຂຽນ​ງາມ​ກວ່າ 300 ​ແຜ່ນທີ່​ຖື"ໜຶ່ງ​ແລ​ວທາງ​ໜຶ່ງ​ເສັ້ນທາງ"​ເປັນ​ຫົວ​ຂໍ້​ຕົ້ນຕໍ.


ທ່ານ ​ໂຈ່​ວ​ປິ່ນ ທີ່​ປຶກສາ​ວັດທະນະທຳ​ຂອງ​ສະຖານທູດ​ຈີນ​ປະຈຳ​ອິນ​ໂດ​ເນ​ເຊຍ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ພ້ອມ​ທັງ​ໄດ້​ອ່ານ​ຈົດໝາຍ​ອວຍພອນ​ຂອງ​ທ່ານ ​ເຊ້ຍ​ເຟີ່ງ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ອິນ​ໂດ​ເນ​ເຊຍ. ​ໃນ​ຈົດໝາຍ​​, ທ່ານ ​ເຊ້ຍ​ເຟີ່ງ ກ່າວ​ວ່າ: ​ງານ​ວາງສະ​ແດງຄັ້ງ​ນີ້​ຖື​​ການ​ສົ່ງ​ເສີມຈິດ​ໃຈ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"ທີ່​ສັນ​ຕິ​ພາບ,ແລ​ກປ່ຽນ,​ເຂົ້າ​ໃຈກັນ,​ກວມ​ລວມ,ຮ່ວມ​ມື​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ເປັນຫົວ​ຂໍ້​ຕົ້ນຕໍ​, ​ເປັນ​ງານ​ມະ​ໂຫລານ​ທີ່​​​ເສີມ​ຂະຫຍາຍ​ສິລະປະການ​ຂຽນ​ງາມ​ຂອງ​ຈີນ​ຄັ້ງ​ໜຶ່ງ, ກໍ​ເປັນ​ງານ​ມະ​ໂຫລານ​ທີ່​ເຜີຍ​ແຜ່​ຈິດ​ໃຈ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ຄັ້ງ​ໜຶ່ງ,​ເຊິ່ງ​ມີຄວາມ​ໝາຍ​ສຳຄັນ​ຕໍ່​ການ​ພັດທະນາ​ສິລະປະ​ການ​ຂຽນ​ງາມ​ຂອງ​ໂລກ ​ແລະ ການ​ສ້າງ​ໂຄງການ​ເຊື່ອມ​ຕໍ່​​ຈິດ​ໃຈ​ລະຫວ່າງ​ປະຊາຊົນຂອງ​ປະ​ເທດຢູ່​ລຽບ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ".


ສະມາຄົມ​ນັກ​ຂຽນ​ງາມ​ຊາວ​​ຕ່າງ​ປະ​ເທດ​ເຊື້​ອສາຍ​ຈີນ​ສ້າງ​ຕັ້ງ​ຂຶ້ນ​ໂດຍ​ຜູ້​ຮັບຜິດຊອບ​ອົງການ​ຂຽນ​ງາມ​ປະ​ເທດ​ຕ່າງໆ​​ໃນ​ໂລກ​ຫຼັງຮ່ວມ​ກັນຫາລືໃນ​ປີ 2016 ​ເຊິ່ງຕັ້ງສຳນັກງານ​ໃຫຍ່​ແລະ​ສຳນັກ​ເລຂາ​ຢູ່​ນະຄອນຫຼວງ​ຈາ​ກາ​ຕາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ