UnionPay ຈີນ​ຮ່ວມ​ກັບ MasterCard​ແລະ Visa​ ​ນຳ​ສະ​ເໜີມາດຕະຖານ​ການ​ຊຳລະດ້ວຍ QR Code
2017-05-10 15:57:41  cri 
ບໍລິສັດ UnionPay ສາກົນຂອງ​ຈີນ​​ຮ່ວມ​ກັບ​ MasterCard​ແລະ Visaທີ່​ມີ​ຊື່​ສຽງ​ໃນ​ໂລກ​ໄດ້​ຖະ​ແຫຼ​ງ​ໃນ​ວັນ​ທີ 9 ພຶດສະພາ​ນີ້​ຢູ່​ນະຄອນຫຼວງ​ບາງກອກ​ປະ​ເທດ​ໄທ​ວ່າ: ສາມ​ຝ່າຍ​ຈະ​ຮ່ວມ​ກັນນຳ​ສະ​ເໜີມາດຕະຖານ​ການຊຳລະ​ດ້ວຍQR Codeທີ່​ໃຊ້​ໄດ້​ທົ່ວ​ໄປ​ຢູ່​ປະ​ເທດ​ໄທ​ໂດຍ​ຖື​ເປັນ​ມາດຕະຖານ​ຂອງ​ທະນາຄານ​ກາງ​ໄທ​ນຳ​ສະ​ເໜີ​ຕໍ່​ສະ​ຖາ​ບັນ​ການ​ເງິນ​ແລະ​ຫົວໜ່ວຍ​ທຸລະ​ກິດ​ຢູ່​ປະ​ເທດດັ່ງກ່າວ ​ເພື່ອ​ຊ່ວຍ​ເພີ່​ມປະສິດທິພາບ​ໃນ​ການຊຳລະ​ທາງ​ເອ​ເລັກ​ໂຕຣນິກ​​ໃຫ້​ສູງ​ຂຶ້ນ​ຢ່າງ​ວ່ອງ​ໄວ.

ຂ່າວ​ແຈ້ງວ່າ: ມາດຕະຖານ​ດັ່ງກ່າວ​ນີ້​ຈະກຳນົດ​ອອກ​ໃນ​ໄຕ​ມາດ​ທີ 3 ຂອງ​ປີນີ້​ໂດຍຫົວໜ່ວຍ​ທຸລະ​ກິດ​ສາມາດ​ນຳ​ໃຊ້ ​QR Codeທົ່ວ​ໄປຊຳລະຜ່ານ​ມື​ຖື​ດ້ວຍ​ບັດ​ເຄຣດິດສາກົນໄດ້ທັງ UnionPay, MasterCard​ແລະ Visa​.

ຜູ້​ຊີ້​ນຳ ​ບໍລິສັດ UnionPay ສາກົນຈີນ​ຢືນຢັນ​ວ່າ ການ​ຮ່ວມ​ມື​ເທື່ອ​ນີ້​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ ມາດຕະຖານ​ການຊຳລະ​ຜ່ານ​ມື​ຖື​ຂອງ UnionPay ​ໄດ້​ຮັບ​ການ​ຢືນຢັນ​ແລະ​ສະໜັບສະໜູນ​ຈາກ​ຕະຫຼາດ​ສາກົນ​ແລ້ວ ​ເຊິ່ງສາມາດ​ເສີມ​ຂະຫຍາຍ​ບົດບາດ​ເປັນ​​ໂຕ​ແບບ​ໃຫ້​ແກ່​ການ​ເຜີຍ​ແຜ່​ນຳ​ໃຊ້​ມາດຕະຖານ​ການ​ຊຳລະ​ດ້ວຍ​​QR Codeຂອງ UnionPay​ໄປ​ສູ່​​ໂລກ.

ປັດຈຸບັນ, ຕູ້ ATM ​ເກືອບ​ທຸກ​ແຫ່ງ​ແລະ​ຫົວໜ່ວຍ​ທຸລະ​ກິດ​ 90% ຢູ່​ໄທ​​ສາມາດ​ໃຊ້ບັດUnionPay​ແລ້ວ. ນອກ​ນີ້, ບໍລິສັດ UnionPay ສາກົນ​ຈີນ​ຍັງ​ໄດ້​ປະດິດ​ສ້າງ​ຜະລິດ​ຕະພັນ​ການຊຳລະ​ເພື່ອເຮັດ​ໃຫ້​​ລູກຄ້າ​ຢູ່​ໄທ​ມີ​ໂອກາດ​ນຳ​ໃຊ້​ບັດ UnionPay​ໄດ້ຫຼາຍ​ຂຶ້ນ​ຕື່ມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ