ນາຍົກລັດຖະມົນຕີກຳປູ​ເຈຍ​ຈະ​ເດີນທາງ​ຢ້ຽມຢາມ ​ສປ ຈີນ
2017-05-11 11:08:07  cri 
ທ່ານ​ເກິ​ງສວາງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ຖະ​ແຫຼ​ງ​ໃນ​ວັນ​ທີ 10 ພຶດສະພາ​ນີ້​ວ່າ: ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນ, ທ່ານ​ຮຸນ​ແຊນ ນາຍົກລັດຖະມົນຕີລາຊະ​ອານາຈັກ​ກຳປູ​ເຈຍ​ຈະ​ເດີນທາງ​ມາ​ຢ້ຽມຢາມ​ຈີນ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 13 -17 ພຶດສະພາ​ນີ້​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມືສາກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ".

​​ໄລຍະ​ຢ້ຽມຢາມ​ຈີນ, ນອກຈາກ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ເວທີ​ປຶກສາ​ຫາລື​ດັ່ງກ່າວ​ແລ້ວ​,ທ່ານ​ຮຸນ​ແຊນຍັງ​ຈະ​​ເຂົ້າ​ຢ້ຽມ​ຄຳນັບ​ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ,ພົບ​ປະ​ກັບທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ, ທ່ານ​ຈ່າງ​ເຕີ​ຈ່ຽງ ປະທານ​ສະພາປະຊາ​ຊົນ​ແຫ່ງ​ຊາດ​ຈີນ​ແລະ​ທ່ານ​ຢູ​ເຈີ້​ງ​ເຊິ່ງ ປະທານ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ ຂະນະ​ດຽວ​ກັນ​ກໍຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ເວທີ​ປຶກສາ​ຫາລື​ທຸລະ​ກິດ​ການທ່ອງທ່ຽວ​ຈີນ-ກຳປູ​ເຈຍ​ອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ