ຈີນ​ຊີ້​ແຈງ "ໜຶ່ງ​ແລວ​ທາງ​ໜຶ່ງ​​ເສັ້ນທາງ"ຈະ​ບໍ່​ກາຍ​ເປັນ​ເຂດ​ການ​ຄ້າ​ເສລີ
2017-05-11 16:43:26  cri 
ຕາມ​ຂ່າວສານ​ຊິນ​ຮວາ: ທ່ານ​ສຽນ​ເຄີ້ໝິງ ຮອງ​ລັດຖະມົນຕີ​ກະຊວງ​ການ​ຄ້າ​ຈີນ​ກ່າວ​ຢູ່​ປັກ​ກິ່ງ​​ໃນ​ວັນ​ທີ 10 ພຶດສະພາ​ນີ້​ວ່າ, ການ​ສ້າງ "ໜຶ່ງ​ແລວທາງ​ໜຶ່ງ​ເສັ້ນ​ທາງ"ຈະ​ບໍ່​ກາຍ​ເປັນ​ເຂດ​ການ​ຄ້າ​ເສລີ.
ທ່ານ​ກ່າວ​ເນັ້ນ​ວ່າ, ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ໄດ້ກວມ​ເອົາ 5 ດ້ານ​ຄື​ການ​ປະສານ​ນະ​ໂຍບາຍ,ການ​ເຊື່ອມ​ຕໍ່​ພື້ນຖານ​​ໂຄງ​ລ່າງ​,ການ​ອຳນວຍ​ຄວາມ​ສະດວກ​ດ້ານການ​ຄ້າ,ການ​ລະດົມ​ທຶນ​ແລະ​ການ​ປະສານ​ຈິດ​ໃຈຂອງ​ປະຊາຊົນ​ເຊິ່ງ​ເປັນ​ນິຍາມ​​ລວມ​ແລະ​ກໍ່​ບໍ່​ແມ່ນ "ນິຍາມ​​ດຽວ​ກັນ"ກັບ​ເຂດ​ການ​ຄ້າ​ເສລີ​ທີ່​​ເນັ້ນໃສ່​ການ​ຄ້າ​ແລະ​ການ​ລົງທຶນ​ແລະ​ເຖິງ​ວ່າ​​ເຂດ​ການ​ຄ້າ​ເສລີ​ເປັນໜຶ່ງ​ເນື້ອ​ໃນ​ສຳຄັນ​​ຂອງ​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"ກໍ​ຕາມ,​ແຕ່ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"ຈະ​ບໍ່​ກາຍ​ເປັນ​ເຂດ​ການ​ຄ້າ​ເສລີ​ໃຫຍ່​ຂອງ​ປະ​ເທດ​ລຽບ​ຕາມ​ຂໍ້​ລິ​ເລີ່​ມນີ້.
ທ່ານ​ກ່າວ​ຕື່ມ​ວ່າ, ພະລັງ​ຊີວິດ​ຂອງ​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ຄື​ມັນຢູ່​ຈຸດ​ທີ່​ສອດຄ່ອງ​ກັບ​ຄວາມ​ຫວັງ​ຂອງ​ປະ​ເທດ​ລຽບ​ຕາມ​ເສັ້ນທາງ​ຕໍ່​ການ​ພັດທະນາ​ໃນ​ອະນາຄົດ​ແລະ​ໃນ​ຕໍ່ໜ້າ​ຄຽງ​ຄູ່​ກັບ​ຂໍ້​ລິ​ເລີ່​ມ​ໄດ້​ເຂົ້າ​ສູ່​ລວງ​ເລິກ​ຈະ​ເສີມ​ຂະຫຍາຍ​ບົດບາດ​​ຕໍ່​ການ​ພັດທະນາ​ເສດຖະກິດ​ພາກ​ພື້ນ​ນັບ​ມື້ຫຼາຍຂຶ້ນແລະ​ພະລັງ​ຊີວິດ​ຂອງ​ມັນ​ກໍ​ຈະ​ນັບ​ມື້​ເຂັ້ມ​ແຂງ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ