ຊາວ​ອົບ​ພະຍົບທີ່​ຜິດ​ກົດໝາຍ 300 ກວ່າ​ຄົນ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຢູ່​ເຂດ​ທະ​ເລ​ໃກ້​ລີ​ບີ
2017-05-11 16:57:58  cri 
ຕາມ​ຂ່າວສານ​ຊິນ​ຮວາ: ກອງ​ຕຳຫຼວດປ້ອງ​ກັນ​ຝັ່ງ​ທະ​ເລ​ລີ​ບີ​ໄດ້​ຊ່ວຍ​ເຫຼືອຊາວ​ອົບ​ພະຍົບທີ່​ຜິດ​ກົດໝາຍ 300 ກວ່າ​ຄົນ​ທີ່​​ລັກລອບ​ເຂົ້າ​ເມືອງ​ຢູ່​ເຂດ​ທະ​ເລ​ໃກ້​ເມືອງ​ຊາບຣາຕາ ທາງ​ພາກ​ຕາ​ເວັນ​ຕົກ​ປະ​ເທດ​ດັ່ງກ່າວ​ໃນ​ວັນ​ທີ 10 ພຶດສະພາ​ນີ້.
ທ່ານ​ອາ​ຢົບ ກາ​ເຊັມ ​ໂຄສົກ​ກອງ​ຕຳຫຼວດປ້ອງ​ກັນ​ຝັ່ງ​ທະ​ເລ​ລີ​ບີ​ກ່າວ​ວ່າ,ຊາວອົບ​ພະຍົບທີ່​ຜິດ​ກົດໝາຍ​ເຫຼົ່ານີ້​ມາຈາກ​​ເຂດ​ອາ​ຟຣິກາ​ພາກ​ໃຕ້​ຊາ​ຮາຣາ​ແລະ​ຕ້ອງການ​ລັກລອບ​​ເຂົ້າ​ເອີ​ລົບດ້ວຍ​ການ​ຂີ່​ເຮືອ​ແລະ​ພາຍຫຼັງຊ່ວຍ​ເຫຼືອ​ແລ້ວ​ກໍ​ໄດ້​ສົ່ງ​ເຂົາ​ເຈົ້າ​ໄປ​ສູນ​ຊາວ​ອົບ​ພະຍົບທີ່​ຜິດ​ກົດໝາຍ​ຢູ່​ຕຣີ​ໂປ​ລີ​ເພື່ອ​ລໍຖ້າ​ການ​ສົ່ງ​ກັບ​ຄືນປະ​ເທດ.
ພາກສ່ວນ​​ກ່ຽວຂ້ອງ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ຄາດ​ຄະ​ເນ​ວ່າ,ປີ​ນີ້​​ມີ​ຜູ້ລັກລອບ​ເຂົ້າ​ເມືອງຢ່າງ​ໜ້ອຍ 440 ຄົນ​ເສຍ​ຊີວິດ​ລະຫວ່າງ​ທາງ​ຈາກ​ລີ​ບີ​ໄປ​ອີ​ຕາ​ລີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ