ປີ​ຜ່ານ​ມາຈີນ​ບັນ​ລຸ​ການ​ບໍ​ລິ​ການ​ຜູ້​ໂດຍ​ສານ​ໄດ້​ດີກວ່າ 76,54%
2017-05-12 11:00:19  cri 
ອົງ​ການ​ການ​ບິນ​ພົນ​ລະ​ເຮືອນ​ຈີນ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານການ​ພັດ​ທະ​ນາ​ຂອງ​ຂະ​ແໜງ​ການ​ຕົນ​ໃນ​ປີ 2016 ວ່າ: ​ໃນ​ປີ​ດັ່ງ​ກ່າວ​ໂດຍ​ລວມ​ແລ້ວ, ບໍ​ລິ​ສັດ​ການ​ບິນ​ສຳ​ຄັນ​ຂອງ​ຈີນ​ໄດ້​ປະ​ຕິ​ບັດ​ໜ້າ​ທີ່​ການ​ບິນເຖິງ 2 ລ້ານ 8 ແສນ 4 ໝື່ນ 6000 ຖ້ຽວ, ໃນ​ນີ້, ​ມີຖ້ຽວ​ບິນ​​ກົງ​ເວ​ລາ 2 ລ້ານ 1 ແສນ 7 ໝື່ນ 8000 ຖ້ຽວ ສະ​ເລ່ຍ​ແລ້ວບັນ​ລຸ​ເຖິງ 76,54%. ​ຂະ​ນະ​ດຽວ​ກັນ, ທົ່ວ​ຂະ​ແໜງ​ການ​ການ​ບິນ​ພົນ​ລະ​ເຮືອນ​ກໍ​ໄດ້​ສຳ​ເລັດ​ການ​ຂົນ​ສົ່ງ​ໂດຍ​ສານ 487 ລ້ານ 9 ແສນ 6 ໝື່ນ​ເທື່ອ​ຄົນ ເພີ່ມ​ຂຶ້ນ 11,9% ເມື່ອ​ທຽບ​ໃສ່​ປີ 2015. ​ທີ່​ສຳ​ຄັນ, ສະ​ໜາມ​ບິນ​ໃນທົ່ວ​ປະ​ເທດ​​ມີ​ຄວາມ​ສາ​ມາດໄດ້​ຮອງ​ຮັບ​ຜູ້​ໂດຍ​ສານ​ເຂົ້າ​ອອກ​ເຖິງ 1 ຕື້ 16 ລ້ານ​ເທື່ອ​ຄົນ ເພີ່ມ​ຂຶ້ນ 11,1% ເມື່ອ​ທຽບ​ໃສ່​ປີ 2015ເຊັ່ນ​ດຽວ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ