ຕວັກ​ກີ​ທົດ​ລອງ​ຍິງ​ຂີ​ປະນາ​ວຸດ "​ໂບຣາ" ທີ່​ຜະລິດ​ເອງ
2017-05-12 16:12:14  cri 
ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ລາຍ​ງານ​ວ່າ: ທ່ານ​ຟິກຣີ ອີ​ຊິກ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຕວັກ​ກີ​ກ່າວ​ໃນ​ວັນ​ທີ 11 ພຶດສະພາ​ນີ້​ວ່າ,ປະ​ເທດ​ຕົນໄດ້​ທົດ​ລອງ​ຍິງ​ຂີ​ປະ​ນາ​ວຸດ "​ໂບຣາ" ທີ່ຜະລິດ​ເອງ​ໃນ​ວັນ​ດັ່ງກ່າວ.
ທ່ານ​ຟິກຣີກ່າວ​ໃຫ້​ສຳພາດ​ຕໍ່​ສື່​ຕວັກ​ກີ​ໃນ​ໂອກາດ​ຈັດ​ມະຫະກຳ​ອຸດສາຫະກຳ​ປ້ອງ​ກັນ​ປະ​ເທດ​ສາກົນ​ຄັ້ງ​ທີ 13 ຢູ່​ອິສຕັນ​ບູນວ່າ,​ຖື​ວ່າໄດ້​ປະສົບ​ຜົນສຳ​ເລັດ​ໃນ​ການທົດ​ລອງ​ຍິງ​ຂີ​ປະ​ນາ​ວຸດ "​ໂບຣາ" ​ໄລຍະ​ໄກ 280 ​ກິ​ໂລ​ແມັດ​ທີ່​ປະ​ເທດ​ຕົນ​ຜະລິດ​ເອງສູ່​ເຂດ​ທະ​ເລ​ດຳຢູ່​ເມືອງ​ຊີ​ນົບ​ທາ​ງ ພາກ​ເໜືອ.
ທ່ານ​ກ່າວ​ຕື່່ມວ່າ,ຜົນສຳ​​ເລັດ​ດັ່ງກ່າວໄດ້​ເຮັດ​ໃຫ້​ຕວັກ​ກີ​ເກີດ​ຄວາມ​ໝັ້ນ​ໃຈ​ເພີ່ມ​ຂຶ້ນ​​ແລະ​ມີ​ຄວາມ​ເປັນ​ໄປ​ໄດ້​ທີ່​ຈະ​ບັນລຸ​ເປົ້າ​ໝາຍ​ຫຼາຍກວ່າ​ເກົ່າ.
ຂີ​ປະ​ນາ​ວຸດ "​ໂບຣາ"ມີ​ຄວາມ​ສາມາດ​ບັນທຸກ​ນ້ຳໜັກ 450 ກິ​ໂລກຣາມ​ແລະ​ມີ​ຄວາມ​ຜິດ​ດ່ຽງ 50 ​ແມັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ