​ ຈີນ-ອາ​ຊຽນ​ຝຶກ​ຊ້ອມ​ການ​ປະ​ສານ​ກຳ​ປັ່ນ​ຊ່ວຍ​ເຫຼືອ​ຮ່ວມ​ທາງ​ທະ​ເລ
2017-05-12 18:26:28  cri 
ຕາມ​ຂ່າວ​ສານ​ຈີນ: ພະ​ແນກ​​ວຽກ​ງານ​ທາງ​ທະ​ເລ​ແຂວງກວາງ​ຕຸ້ງ​ຈີນ​ເປີດ​ເຜີຍ​ວ່າ, ການ​ປະ​ສານ​ງານ​ຄັ້ງ​ທຳ​ອິດ​ຂອງ "ການ​ຝຶກ​ຊ້ອມ​ກຳ​ປັ່ນ​ຊ່ວຍ​ເຫຼືອ​ຮ່ວມ​ທາງ​ທະ​ເລ​ລະ​ຫວ່າງ​ຈີນ​ແລະ​ອາ​ຊຽນ" ໄດ້​ຈັດ​ຂຶ້ນ​ຢູ່​ເມືອງກວາງ​ໂຈ​ວ່​ ​ໃນ​ວັນ​ທີ 10 ຫາ 12 ເດືອນ​ນີ້ ໂດຍ​ມີຜູ້​ແທນ​ແລະ​ຊ່ຽວ​ຊານ​ອົງ​ການ​ຊ່ວຍ​ເຫຼືອ​​ຈາກ​ຈີນ, ກຳ​ປູ​ເຈຍ, ລາວ, ມຽນ​ມາ, ຟີ​ລິ​ບ​ປິນ ແລະ​ໄທ​ໄດ້​ເຂົ້າ​ຮ່ວມ.

ຜູ້​ແທນ​ແລະ​ຊ່ຽວ​ຊານ​ຕ່າງໆ​ໄດ້​ປຶກ​ສາ​ຫາ​ລື​ກັນ​ກ່ຽວ​ກັບ​ການ​ກຳ​ນົດ​ວາ​ລະ, ແຜນ​ການ​ລວມ, ​ຂັ້ນ​ຕອນ​ການ​ດຳ​ເນີນ​ງານ​ແລະ​ອື່ນໆ ​ເພື່ອການ​ປະ​ສານ​ງານ​ເທື່ອ​ນີ້ ແລະ​ໄດ້​ຜ່ານ​ຫຼັກ​ການ​ຕາມແຜນ​ການ​ຝຶກ​ຊ້ອມ​ຂອງ​ຝ່າຍ​ຈີນ. ເຈົ້າ​ໜ້າ​ທີ່ຈີນ​ຍັງ​ໄດ້​​ລາຍ​ງານ​ຄືບ​ໜ້າ​ກ່ຽວ​ກັບ​ໂທ​ລະ​ສັບ​ສາຍ​ດ່ວນ​ຊ່ວຍ​ເຫຼືອ​ທາງ​ທະ​ເລ​ຈີນ-ກຳ​ປູ​ເຈຍ ແລະ​ຍັງ​ໄດ້​ລົງ​ເລິ​ກ​ປຶກ​ສາ​ຫາ​ລື​ກັບ​ປະ​ເທດ​​ຕ່າງໆ ເພື່ອຮ່ວມ​ກັນ​ຕິດ​ຕັ້ງໂທ​ລະ​ສັບ​ສາຍ​ດ່ວນ​ຊ່ວຍ​ເຫຼືອ​ສຸກ​ເສີນ​ທາງ​ທະ​ເລ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ