ການ​ປູກ​ສ​ຕໍເບີ​ຣີ​ຊ່ວຍ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກຂອງ​ກະ​ສິ​ກອນ​ຈີນ
2017-06-08 16:02:13  cri 


ຕາມ​ຂ່າວCRI: ​ຈາກ​ນະ​ໂຍ​ບາຍ​ເຮັດ​ໃຫ້​ສັງ​ຄົມ​ອີ່ມ​ໜຳ​ສຳ​ລານ​ຢ່າງ​ຮອບ​ດ້ານ​ແລະການ​ຊີ້​ນຳ​​ຕາມ​ແນວ​ຄິດ "ຊ່ວຍ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ດ້ວຍ​ທຸກ​ຮູບ​​ແບບ​ຢ່າງ​ຮອບ​ດ້ານ" ຂອງ​ປະ​ເທດ​ນັ້ນ, ​ປະ​ຊາ​ຊົນ​ຈີນ​​​ໂດຍ​ສະ​ເພາະ​ຄອບ​ຄົວ​ທຸກ​ຍາກ​ລ້ວນ​ແຕ່​ມຸ່ງ​ຫວັງ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຢ່າງ​ສິ້ນ​ເຊີງ. ​​ດັ່ງຕາ​ແສງ​ນາ​ຊ່ານ​ເມືອງ​ຈິງ​ກ່າງ​ຊ່ານໄດ້ນຳ​ໃຊ້​ຮູບ​ແບບ​ການ​ພັດ​ທະ​ນາທີ່​ປະ​ກອບ​ມີ "ບໍ​ລິ​ສັດ,​ສະ​ຫະ​ກອນແລະ​ຄອບ​ຄົວ​ຜູ້​ທຸກ​ຍາກ" ​ເຊິ່ງ​ທັງຄອບ​ຄົວ​ຜູ້​ທຸກ​ຍາກ​ແລະ​ບໍ​ລິ​ສັດ​​ທີ່​ດຳ​ເນີນ​ທຸ​ລະ​ກິດ​ການ​ປູກ​ຝັງຕ່າງ​ກໍ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ໂດຍ​ເຫັນ​ໄດ້​ນັບແຕ່​ເດືອນ​ພະ​ຈິກ 2015 ຫາ​ເດືອນ​ພຶດ​ສະ​ພາ​ປີ 2016, ສູນ​ປູກ​ໝາກ​ສ​ຕໍ​ເບີ​ຣີ​ກະ​ສິ​ກຳ​ເພີງ​ຮ້າວ​ຕາ​ແສງ​ນາ​ຊ່ານສາ​ມາດຈຳ​ໜ່າຍ​ໝາກ​ສ​ຕໍເບີ​ຣີ​ໄດ້​ເກືອບ 250.000 ກິ​ໂລ ແລະ​ສາ​ມາດ​​ສ້າງລາຍ​ຮັບ​ໄດ້​ກວ່າ 6 ລ້ານຢວນ ຈາກ​ນີ້​ຈຶ່ງ​ເຮັດ​ໃຫ້ຜູ້​ທຸກ​ຍາກ 33 ຄອບ​ຄົວ​ຢູ່​ບ້ານ​ຈ່ຽງ​ປ່ຽນ​ທີ່​ຮ່ວມ​ປູກໝາກ​ໄມ້​ໃນ​​ເຮືອນ​ຮົ່ມ​ນັ້ນ​​ມີ​ລາຍ​ຮັບ​ເພີ່ມ​ຂຶ້ນ​ສະ​ເລ່ຍຫຼາຍກວ່າ 1 ໝື່ນຢວນ.
1  2  3  4  5  6  7  8  9  10  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ