ອຸ​​ມົງ​​ກົ້ນ​ຫອຍ​​ຕາມ​ທາງ​ດ່ວນ​ຢາ​ອ່ານ-ຊີ່​ຊ່າງ(ວິ​ດີ​ໂອ)
2017-06-19 16:41:22  cri 

 

ຕາມ​ຂ່າວCRI: ທາງ​ດ່ວນ​ຢາ​ອ່ານ-ຊີ່​ຊ່າງ​ຍາວ 240 ກິ​ໂລ​ແມັດ, ເລີ່ມ​ລົງ​ມື​ກໍ່​ສ້າງ​ໃນ​ປີ 2007 ແລະ​​ສຳ​ເລັດ​ການ​ກໍ່​ສ້າງ​ທັງ​ເປີດ​ບໍ​ລິ​ການໃນ​ເດືອນ​ເມ​ສາ​ປີ 2012 ເຊິ່ງ​ເສັ້ນ​ທາ​ງ​ສາຍ​ນີ້​ເປັນ​​ສ່ວນ​ສຳ​ຄັນ​ຂອງ​ທາງ​ດ່ວນ​ປັກ​ກິ່ງ-ຄຸນ​ມິງ​ທີ່​ຢູ່​​ແຂວງ​ເສ​ສວນ ແລະ​ກາຍ​ເປັນ​ເສັ້ນ​ທາງ​ສຳ​ຄັນ​ທີ່​ເຊື່ອມ​ຕໍ່​​ທິດ​ເໜືອ​ແລະ​​ທິດ​ໃຕ້​ ແຂວງເສ​ສວນ ທີ່​ສາ​ມາດ​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ເຂດ​ທີ່​ຢູ່​ຕາມ​ເສັ້ນ​ທາງ​ດ່ວນ​ດັ່ງ​ກ່າວ.

ອຸ​ມົງ​​ກົ້ນ​ຫອຍ​ຂອງ​ທາງ​ດ່ວນ​ຢາ​ອ່ານ-ຊີ່​ຊ່າງ​ທັງ​ສອງ​ແຫ່ງ​ນີ້​ເປັນ​ອຸ​ມົງ​ທີ່ຍາວ​ທີ່​ສຸດ​ດ້ວຍ​ການ​ກໍ່​ສ້າງ​ເປັນ​ວົງ​​ມົນທີ່​ມີ​ເສັ້ນ​ຜ່າ​​ສູນກາງ​ສັ້ນ​ທີ່​ສຸດໃນ​ໂລກ ແລະ​ກໍ​ເປັນ​ອຸ​ມົງ​​ທີ່​ມີ​ເສັ້ນ​ຜ່າ​ສູນ​ກາງ​ສັ້ນ​ທີ່​ສຸດ​ທີ່​​ເຊື່ອມ​ຕໍ່​ລະ​ຫວ່າງ​ຂົວ​ກັບ​ອຸ​ມົງ, ​ຈາກ​ນີ້​ຈິ່ງອາດ​ຖື​ໄດ້​ວ່າ​ເປັນ​ຫົວ​ຄິດປະ​ດິດ​ສ້າງ​ຄັ້ງ​ປະ​ຫວັດ​ສາດ​ໃນ​ການ​ສ້າງ​ເສັ້ນ​ທາງ​ຂອງ​ໂລກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ