ທາງລົດໄຟຄວາມໄວສູງຮາປິນ-ຕ້າຫຼຽນທີ່ເລີ່ມເປີດນຳໃຊ້ເມື່ອວັນທີ 1 ທັນວາປີ 2012 ເປັນທາງລົດໄຟຄວາມໄວສູງເສັ້ນທຳອິດທີ່ແລ່ນຜ່ານເຂດໜາວທີ່ສູງຈາກໜ້ານ້ຳທະເລທີ່ສຸດໃນໂລກ ແລະຕະຫຼອດໄລຍະ 4 ປີກວ່າຜ່ານມາ, ສາມາດແລ່ນບໍລິການໄດ້ເຖິງ 3 ແສນ 1 ໝື່ນຂະບວນ ແລະຂົນສົ່ງຜູ້ໂດຍສານໄດ້ 150 ລ້ານເທື່ອຄົນ ເຊິ່ງແຕ່ລະປີຈຳນວນຜູ້ໂດຍສານຈະເພີ່ມຂຶ້ນ. ການເປີດທາງລົດໄຟຄວາມໄວສູງດັ່ງກ່າວໄດ້ເຮັດໃຫ້ໄລຍະເວລາການເດີນທາງລະຫວ່າງຕົວເມືອງສຳຄັນຕ່າງໆຢູ່ພາກຕາເວັນອອກສຽງເໜືອຫຼຸດລົງ ແລະອຳນວຍຄວາມສະດວກໃຫ້ແກ່ການເດີນທາງຂອງປະຊາຊົນຢູ່ເຂດນັ້ນ.