ສຽ​ງ​ທີ່ກ້ອງ​ກັງ​ວານ​ຂອງ​​ຄ້ອງ​ບ້າງ
2017-07-13 18:14:04  cri 


ຕາມ​ຂ່າວCRI: ຄ້ອງ​ບ້າງ​ແມ່ນ​ເຄື່ອງ​​ດົນ​ຕີ​​ຊະ​ນິດ​ໜຶ່ງທີ່​ຫຼໍ່​ດ້ວຍ​ທອງ​ສຳ​ລິດ​ແລະນິ​ຍົມ​ໃຊ້ຢູ່​ພາກ​ໃຕ້​ຈີນ​ກໍ​ຄື​ເຂດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ມາ​ເປັນ​ເວ​ລາ 2 ພັນ​ກວ່າ​ປີ. ໃນປະ​ຫວັດ​ສາດ​ທີ່​ຍາວ​ນານ, ຄ້ອງ​ບ້າງໄດ້​ມີ​ສ່ວນ​ພົວ​ພັນ​ຢ່າງ​ໃກ້​ຊິດ​ກັບ​ສັງ​ຄົມ,ເສດ​ຖະ​ກິດ,ວັດ​ທະ​ນະ​ທຳ​ແລະ​ຊີ​ວິດ​ການ​ເປັນ​ຢູ່ຂອງ​ປະ​ຊາ​ຊົນ​ເຂດ​ດັ່ງ​ກ່າວ,ກາຍ​ເປັນ​ວັດ​ທະ​ນະ​ທຳ​​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ຂອ​ງ​ຕົນ.


ໃນ​ສະ​ໄໝ​ບູ​ຮານ ຄ້ອງ​ບ້າງ​ໄດ້​ເປັນ​ຂອງ​ເຄື່ອງ​ດົນ​ຕີ,ທີ່​ນຳ​ເປັນ​ສິ່ງ​ໃຊ້​ໃນ​ພິ​ທີ​ກາບ​ໄຫວ້​ບູ​ຊາ​ແລະ​ເປັນ​ສັນ​ຍາ​ລັກ​ໜຶ່ງ​ຂອງ​ຜູ້​ມີ​ອຳ​ນາດ. ​ມາ​ຮອດ​ປັດ​ຈຸ​ບັນ,ຢູ່​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າຈ​ວ້າງກວາງ​ຊີ​ຈີນ​ໄດ້​ຄົ້ນ​ພົບ​ຄ້ອງ​ບ້າງ​ແຕ່​ລະ​ສະ​ໄໝ​ຄືຈາກທ້າຍ​ໄລ​ຍະ​ຊຸ່ນ​ຊີ່ວ​ເຖິງ​ທ້າຍ​ໄລ​ຍະ​ລາຊະ​ວົງ​ຊີ່ງເຖິງ 2 ພັນ​​ໜ່ວຍ ເຊິ່ງ​ປະ​ລິ​ມານ​ຄ້ອງ​ບ້າງ​ມີ​ຫຼາຍ​ທີ່​ສຸດ​​ໃນ​ໂລກ. ມາ​ຮອດສູ່​ມື້​ນີ້, ປະ​ເພ​ນີ​ການ​ຕີ​ຄ້ອງ​ບ້າງ​ຍັງ​ໄດ້​ຮັບ​ຄວາມ​ນິ​ຍົມ​ຢູ່​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍກວາງ​ຊີຂອງ​ຈີນ​.


1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ