ວັນທີ 15 ກໍລະກົດນີ້, ພິທີເລິ່ມກໍ່ສ້າງໂຄງການອຸໂມງວາລີນີທາງລົດໄຟຄວາມໄວສູງຈາກາຕາ-ບັນດົງອິນໂດເນເຊຍທີ່ຮັບເໝົາກໍ່ສ້າງໂດຍກຸ່ມເສັ້ນທາງລົດໄຟຈີນຈຳກັດ ຫຼື CREC ໄດ້ຈັດຂຶ້ນຢູ່ວາລີນີ ແຂວງຈາວາຕາເວັນຕົກ ໂດຍທ່ານນາງຣີນີ ຊູມາໂນ ລັດຖະມົນຕີກະຊວງລັດວິສາຫະກິດອິນໂດເນເຊຍເຂົ້າຮ່ວມ.
ອຸໂມງວາລີນີຕັ້ງຢູ່ຫຼັກ 95-96 ຕາມເສັ້ນທາງລົດໄຟຄວາມໄວສູງຈາກາຕາ-ບັນດົງ, ຍາວ 608 ແມັດ, ເປັນອຸໂມງດຽວ, ເສັ້ນທາງລົດໄຟໄປ-ກັບສອງສາຍ, ຄາດວ່າຈະສ້າງສຳເລັດພາຍໃນ 1 ປີ.ໃນພິທີເລິ່ມດັ່ງກ່າວ, ທ່ານນາງຊູມາໂມສະແດງຄວາມຂອບໃຈຕໍ່ວິສາຫະກິດຈີນທີ່ພະຍາຍາມເພື່ອກໍ່ສ້າງທາງລົດໄຟຄວາມໄວສູງຈາກາຕາ-ບັນດົງ, ແລະໄດ້ຍ້ອງຍໍລະດັບວິຊາການຂອງໜ່ວຍກໍ່ສ້າງຂອງຈີນ. ທ່ານກ່າວວ່າ, ກະຊວງລັດວິສາຫະກິດອິນໂດເນເຊຍຈະສຸມໃສ່ສະໜັບສະໜູນ ແລະ ປະສານງານການກໍ່ສ້າງໂຄງການດັ່ງກ່າວ,ທັງອຳນວນຄວາມສະດວກຕ່າງໆ ເພື່ອຮັບປະກັນໂຄງການສ້າງສຳເລັດຄາດໝາຍ.
ທ່ານຈ່າງເຫວີຍ ຜູ້ອຳນວຍການໃຫຍ່ປະຈຳໂຄງການທາງລົດໄຟຄວາມໄວສູງຈາກາຕາ-ບັນດົງຈາກ CREC ກ່າວວ່າ, ໂຄງການອຸໂມງວາລີນີໄດ້ມີເງື່ອນໄຂຕ່າງໆທີ່ເລິ່ມກໍ່ສ້າງແລ້ວ, ເຖິງວ່າບໍ່ແມ່ນອຸໂມງຍາວທີ່ສຸດໃນໂຄງການທາງລົດໄຟຄວາມໄວສູງກໍຕາມ, ແຕ່ການກໍ່ສ້າງອຸໂມງແຫ່ງນີ້ຈະເສີມຂະຫຍາຍບົດບາດເປັນຕົວຢ່າງ ແລະ ເປັນບົດຮຽນສຳລັບໂຄງການອຸໂມງອື່ນໆ.
ທາງລົດໄຟຄວາມໄວສູງຈາກາຕາ-ບັນດົງຍາວ 142 ກິໂລແມັດ, ໂດຍເຊື່ອມຕໍ່ນະຄອນຫຼວງຈາກາຕາ ແລະ ບັນດົງ ຕົວເມືອງໃຫຍ່ອັນດັບທີ 4 ຂອງອິນໂດເນເຊຍ, ຄວາມໄວສູງສຸດຕາມການອອກແບບແມ່ນ 350 ກິໂລແມັດຕໍ່ຊົ່ວໂມງ, ຈະກໍ່ສ້າງ 3 ປີຕາມແຜນການ. ເມື່ອຮອດເວລານັ້ນ, ເວລາເດີນທາງຈາກຈາກາຕາຮອດບັນດົງຈະຫຼຸດຈາກ 3 ຊົ່ວໂມງໃນປັດຈຸບັນລົງເປັນ 40 ນາທີ.