ຜູ້​ອຳ​ນວຍ​ການ​ໃຫຍ່CRIພົບ​ປະ​ກັບ​ຜູ້​ອຳ​ນວຍ​ການ​ໃຫຍ່​ວິ​ທະ​ຍຸ​ສາ​ກົນ​​ແຫ່ງ​ປະ​ເທດອາ​ຣັບ​ບີ​ຊາອຸດິດ
2017-07-18 10:58:39  cri 

ວັນ​ທີ 17 ກໍ​ລ​ະ​ກົດ​ນີ້​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ, ທ່ານ​ຫວາງ​ເກິ່ງ​ນຽນ ຜູ້​ອຳ​ນວຍ​ການ​ໃຫຍ່​ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນຫຼືCRI​ໄດ້​ພົບ​ປະ​ກັບ​ທ່ານ​ຮູ​ຊາ​ອິນ ດາ​ເກີ​ຣີ ຜູ້​ອຳ​ນວຍ​ການ​ໃຫຍ່​ວິ​ທ​ະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ອາ​ຣັບ​ບີ​ຊາ​ອຸ​ດິດ​ພ້ອມ​ຄະ​ນະໂອ​ກາດ​ເດີນ​ທາງ​ຢ້ຽມ​ຢາມ.

ທ່ານ​ຫວາງ​ເກິ່ງ​ນຽນ​ຊີ້​ໃຫ້​ເຫັນ​ວ່າ: ປະ​ຊາ​ຊົນ​ຈີນ​ແລະ​ອາ​ຣັບ​ບີ​ຊາ​ອຸ​ດິດ​ຕ່າງ​ກໍ​ມີ​ຄວາມ​ປາ​ຖະ​ໜາ​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ, ສ່ວນ​ການ​ຮ່ວມ​ມື​ລະ​ຫວ່າງ​ສື່ມວນ​ຊົນ​ຈະ​ສາ​ມາດ​ສົ່ງ​ເສີມ​ປະ​ຊາ​ຊົນ​ສອງ​ຊາດ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ເຊິ່ງ​ກັ​ນ​ແລະ​ກັນ. ການ​ຢ້ຽມ​ຢາມ​ຂອງ​ທ່ານ​ດາ​ເກີ​ຣີ​ພ້ອມ​ຄະ​ນະ​ເປັນ​ຈຸດ​ເລີ່ມ​ຕົ້ນ​ໃໝ່​ແຫ່ງ​ການ​ຮ່​ວມ​ມື​ລະ​ຫວ່າງ​ສອງ​ຝ່າຍໂດຍ​ເຫັນ​ໄດ້​ວ່າ ສອງ​ຝ່າຍ​ສາ​ມາດ​ຮ່ວມ​ກັນ​ຈັດ​ການ​ແຂ່ງ​ຂັນ​ເສັງ​ຄວາມ​ຮູ້ ທັງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນການ​ແປ,​​ການພາກ​ຮູບ​ເງົາ​ແລະ​ລະ​ຄອນ​ໂທ​ລະ​ພາບແລະ​ຂົງ​ເຂດ​ສື່​ໃໝ່.

ທ່ານ​ດາ​ເກີ​ຣີ​​ກໍ​ໄດ້ຢືນ​ຢັນ​ໂດຍ​ຫວັງ​ນຳ​ໃຊ້​ໂອ​ກາດ​ຢ້ຽມ​ຢາມ​ເທື່ອ​ນີ້​ເພື່ອ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ກັບCRI ແລະ​ຍົກ​ລະ​ດັບ​ການ​ຮ່ວມ​ມື​ໃນການ​ຈັດ​ທຳ​ ​ແລະ​ການ​ແລກ​ປ່ຽນ​ລາຍ​ການ.ແນວ​ໃດ​ກໍ​ດີ​ເຖິງວ່າປະ​ຊາ​ຊົນ​ອາ​ຣັບ​ບີ​ຊາ​ອຸ​ດິດ​ຫວັງ​ຢາກ​ເຂົ້າ​ໃຈ​ຈີ​ນ​ໃຫ້ຫຼາຍກວ່າ​ເກົ່າ,ແຕ່​ພັດ​ຂາດ​ເຂີ​ນ​ຊ່ອງ​ທາງ​ທີ່​ດີ ເຊິ່ງຈາກ​ນີ້, ການ​ທີ່​ຮ່ວມ​ມື​ກັບCRI​ຈະ​ເປັນ​​ຂົວ​ຕໍ່​ເພື່ອ​ສົ່ງ​ເສີມ​ຄວາມ​ເຂົ້າ​ໃຈ​ກັນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ຊາດ.

1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ